ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກອັກຄະລັດຖະທູດ ອົດສະຕຣາລີ ຮ່ວມພິທີເປີດບໍລິສັດຂົນສົ່ງສິນຄ້າອົດສະຕຣາລີ Linfox ຢູ່ແຂວງຫົວພັນ.

Mar 12, 2025

ວັນທີ 5 ມີນາ 2025 ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະລັດຖະທູດອົດສະຕຣາລີ ປະ ຈຳລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະຂະແໜງການຕ່າງໆ ຂອງແຂວງ ແລະ ເຂົ້າຮ່ວມພິທີເປີດການລົງທຶນຂອງບໍລິສັດຂົນສົ່ງສິນຄ້າອົດສະຕຣາລີ Linfox ຢູ່ແຂວງຫົວພັນ ເຊິ່ງເປັນບໍລິສັດຂົນສົ່ງທີ່ລົງທຶນຂອງອົດສະຕຣາລີ ເຊິ່ງເປັນສ່ວນໜຶ່ງຂອງການຂະຫຍາຍທຸລະກິດຂອງບໍລິສັດໄປສູ່ພາກຕ່າງໆ ຂອງລາວ.
ບໍລິສັດ Linfox ດໍາເນີນທຸລະກິດຢູ່ລາວໃນປີ 2017. ມາຮອດປະຈຸບັນບໍລິສັດໄດ້ລົງທຶນໄປແລ້ວ 10 ລ້ານໂດລາສະຫະລັດ. ນັບແຕ່ປີ 2018 ເປັນຕົ້ນມາ, ບໍລິສັດໄດ້ຝຶກອົບຮົມແຮງງານລາວ 200 ກວ່າຄົນ ໃຫ້ໄດ້ມາດຕະຖານການຂົນສົ່ງ ແລະ 50 ສ່ວນຮ້ອຍຂອງພະນັກງານບໍລິສັດ Linfox ແມ່ນແມ່ຍິງ.
ໃນປີ 2024, ບໍລິສັດ Linfox ໄດ້ເຊັນສັນຍາທີ່ມີມູນຄ່າ 15 ລ້ານໂດລາອົດສຕຣາລີ ກັບບໍລິສັດ Carlsberg/Lao Brewery ເພື່ອຂົນສົ່ງສິນຄ້າຢູ່ແຂວງຫົວພັນ, ຜົ້ງສາລີ ແລະນະຄອນ ຫຼວງວຽງຈັນ. ໃນເດືອນກໍລະກົດປີດຽວ ບໍລິສັດ Linfox ໄດ້ເຊັນສັນຍາ ເພື່ອສະໜອງລົດຍົກໃຫ້ແກ່ສາງ Carlsberg ໃນລາວ, ມີມູນຄ່າ 4 ລ້ານໂດລາອົດສຕຣາລີ.
ທ່ານ ແບຣນດອນ ແມງມາ ຜູ້ຈັດການ ບໍລິສັດ ລິນຟອກ ໂລຈິສຕິກ ລາວ ຈຳກັດ ໃຫ້ຮູ້ວ່າ : ເສັ້ນທາງຢູ່ບັນດາແຂວງພາກເໜືອ ເປັນພູຜາ ແລະມີລົມແຮງຫຼາຍ ສະນັ້ນ ການລົງທຶນໃສ່ລົດບັນທຸກ 10 ລໍ້ຂະໜາດນ້ອຍ ຈະຊ່ວຍປັບປຸງຄວາມປອດໄພ ແລະ ຄວາມສາມາດໃຫ້ແກ່ລູກຄ້າ ເຊັ່ນ: ບໍລິສັດເບຍລາວ ທີ່ຈະຈັດສົ່ງສິນຄ້າໄປເຖິງພາກເໜືອຂອງລາວ. ເຫດຜົນທີ່ເລືອກສິ່ງນີ້ ຍ້ອນເຫັນວ່າ ການຂົນສົ່ງລົດບັນທຸກຂະຫນາດໃຫຍ່ມາຈາກນະຄອນຫລວງວຽງຈັນ ໃນເມື່ອກ່ອນ ມີຄວາມຫຼ້າຊ້າຫຼາຍ.
ປັດຈຸບັນນີ້ ບໍລິສັດ Linfox ຕ້ອງການຄົນຂັບລົດ 200 ຄົນ ແລະ ລົດບັນທຸກ 20 ຄັນ ໃນແຂວງຫົວພັນ ເຊິ່ງພວກເຮົາຮັບປະກັນວ່າທຸລະກິດຢູ່ແຂວງຫົວພັນຈະມີຄວາມຍືນຍົງ ແລະ ສາມາດສືບຕໍ່ດໍາເນີນທຸລະກິດໃນໄລຍະຍາວ,
ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ ອົດສຕຣາລີກຳລັງເຮັດວຽກຢ່າງໜັກໃນຍຸດທະສາດດ້ານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້. ວັນທີ 6 ມີນາ 2025 ແມ່ນວັນຄົບຮອບ 1 ປີ ທີ່ນາຍົກລັດຖະມົນຕີລາວ ແລະ ອົດສະຕຣາລີ ໄດ້ລົງນາມໃນການພົວພັນຄູ່ຮ່ວມມືຮອບດ້ານ, ການຮ່ວມມືມີ 4 ເສົາຄໍ້າ, ແລະໜຶ່ງໃນນັ້ນແມ່ນເສດຖະກິດການຄ້າການລົງທຶນ.
ອົດສຕຣາລີ ກໍາລັງເຮັດວຽກຢ່າງໜັກເພື່ອຈັດຕັ້ງປະຕິບັດທັງ 4 ເສົາຄໍ້ານີ້ ເພື່ອໃຫ້ບັນລຸຜົນສໍາເລັດຕາມທີ່ວາງຄາດໝາຍເອົາໄວ້.
May be an image of 2 people and text