ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງ ວັນທີ 29 ກໍລະກົດ – 01 ສິງຫາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເບລາຣຸດຊີ ທີ່ມີສຳນັກງານຕັ້ງຢູ່ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານ ຢູ່ ສາທາລະນະລັດ ເບລາຣຸດຊີ ຕາມການເຊື້ອເຊີນຂອງປະເທດເຈົ້້າພາບ. ໃນໂອກາດດັ່ງກ່າວນີ້, ທ່ານທູດ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປເຂົ້າຮ່ວມກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ປຶກສາທາງດ້ານການຄ້າ ປະຈຳປີ 2022 ຢູ່ແຂວງ ເບຣດທ໌, ສ. ເບລາຣຸດຊີ, ຊຶ່ງແຂວງດັ່ງກ່າວ ເປັນເຂດເສດຖະກິດສາມຫລ່ຽມ ເບລາຣຸດຊີ-ໂປໂລຍ-ອູກຣາອິນ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ເບລາຣຸດຊີ. ແຂວງເບຣດທ໌ ນີ້, ຍັງເປັນບ່ອນທີ່ມີຈຸດເຊື່ອມຕໍ່ເສັ້ນທາງລົດໄຟຂະຫນາດໃຫຍ່ ລະຫວ່າງ ເບລາຣຸດຊີ, ຣັດເຊຍ ແລະ ເອີຣົບ.
ໃນໂອກາດດຽວກັນນີ້, ທ່ານທູດ ພ້ອມດ້ວຍຄະນະ, ລວມທັງບັນດາຜູ້ຕາງຫນ້າຈາກ 16 ສະຖານທູດ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກັບອໍານາດການປົກຄອງ ແລະ ເຈົ້າຫນ້າທີ່ຂັ້ນສູງ ຂອງແຂວງ ເບຣດທ໌ ແລະ ຍັງໄດ້ລົງໄປຢ້ຽມຢາມເຂດຜະລິດກະສິກຳ, ອຸດສາ ຫະກຳ, ຮັກສາສິ່ງແວດລ້ອມ ແລະ ວັດທະນະທຳ ເຊັ່ນ: ບໍລິສັດຜະລິດ ຕະພັນອາຫານທະເລ ທີ່ສົ່ງອອກໄປຍັງ 20 ກວ່າປະເທດ. ໃນນັ້ນ ກໍ່ມີ ບັນດາບໍລິສັດ ທີ່ສົນໃຈຢາກຮວ່ມມືກັບ ສປປ ລາວ ເປັນຕົ້ນແມ່ນ ບໍລິສັດປຸ່ຍ, ບໍລິສັດຜະລິດກົນຈັກກໍ່ສ້າງ, ກະເສດ ແລະ ບໍລິສັດອື່ນໆ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມງານວາງສະແດງຜະລິດຕະພັນເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນອື່ນໆ ທີ່ທາງແຂວງດັ່ງກ່າວໄດ້ຈັດຂື້ນ. ສາທາລະນະລັດ ເບລາຣຸດຊີ ເປັນປະເທດທີ່ຕັ້ງຢູ່ເຂດເອີຣົບຕາເວັນອອກ, ມີຊາຍແດນຕິດກັບ 5 ປະເທດ ຄື: ຣັດເຊຍ, ອູກຣາອິນ, ລິດໂທເນຍ, ລັດ ເວຍ ແລະ ໂປໂລຍ. ເບລາຣຸດຊີ ມີເນື້ອທີ່ທັງຫມົດ 207,595 km2, ມີພົນລະເມືອງ 9,442,866 ຄົນ (2022) ແລະ ລວມຍອດຜະລິດຕະພັນພາຍໃນ ແມ່ນ 62.50 ຕື້ໂດລາສະຫະລັດ (2022).
ໃນໄລຍະດັ່ງກ່າວນີ້, ທ່ານທູດ ພ້ອມດ້ວຍຄະນະ ກໍ່ຍັງໄດ້ພົບປະສອງຝ່າຍກັບ ທ່ານ ອີກໍຣ ເກໂອຣກຽບວິຈ, ຫົວຫນ້າກົມອາຊີ, ອາຟຣິກາ ແລະ ອາເມລິກາລາຕິນ, ກະຊວງການຕ່າງປະເທດ ແຫ່ງ ສ. ເບລາຣຸດຊີ ເພື່ອປຶກສາຫາລືກ່ຽວກັບການເສີມຂະຫຍາຍການພົວພັນ-ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ສ.ເບລາຣຸດຊີ, ເປັນຕົ້ນແມ່ນການກະກຽມໃສ່ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະ ຫວ່າງ ສອງກະຊວງການຕ່າງປະເທດ ໃນຕົ້ນປີ 2023 ທີ່ຈະມາເຖິງນີ້ ແລະ ພ້ອມນັ້ນ, ກໍ່ໄດ້ພົບປະກັບ ທ່ານ ອາເລັກຊານເດີຣ ອີກໍຣົບ, ປະທານຄະນະກຳມາ ທິການຮ່ວມມື ລະຫວ່າງ ລັດຖະບານ ສ. ເບລາຣຸດຊີ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມຈັດກອງປະຊຸມຄະນະກຳມາ ທິການຮ່ວມມືສອງຝ່າຍ ສປປ ລາວ- ເບລາຣຸດຊີ ຄັ້ງທີ 4, ຊຶ່ງຄາດວ່າຈະຈັດຂື້ນ ໃນໄລຍະກາງເດືອນ ກັນຍາ 2022 ທີ່ຈະມາເຖິງນີ້.
ການໄປເຄື່ອນໄຫວວຽກງານຢູ່ ສາທາລະນະລັດ ເບລາຣຸດຊີ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຕາມລະດັບຄາດຫມາຍຢ່າງຈົບງາມ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ