ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 15 ຕຸລາ 2021 ທີ່ ພະຣາຊະວັງເຈົ້າຊີວິດ ແຫ່ງ ຣາຊະ ອະນາຈັກ ນ໋ອກແວ, ທີ່ນະຄອນຫຼວງໂອສະ ໂຣ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງ ຕໍ່ ເຈົ້າຊີວິດ Harald V ແຫ່ງ ຣາຊະອະນາຈັກ ນ໋ອກແວ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອະນາຈັກ ນ໋ອກແວ, ເຊິ່ງມີສະຖານເອກອັກຄະລັດຖະທູດ ຢູ່ ນະ ຄອນຫຼວງສະຕ໋ອກໂຮມ ຣາຊະອະນາຈັກ ຊູແອດ.
ໃນໂອກາດດັ່ງກ່າວ, ເຈົ້າຊີວິດ Harald V ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມ ເຊີຍ ທ່ານທູດ ບຸນລຽບ ຮຸ່ງວົງສອນ ໃນການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ຣາຊະອະນາຈັກ ນ໋ອກແວ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ບຸນລຽບ ຮຸ່ງວົງສອນ ປະຕິ ບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດ ລາວ – ນ໋ອກແວ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ເຈົ້າຊີວິດ Harald V ໄດ້ໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະໃນຂະແໜງການຊ່ວຍເຫຼືອການເກັບກູ້ລະເບີດບໍ່ທັນແຕກໃນ ສປປ ລາວ.
ທ່ານເອກອັກຄະລັດຖະທູດ ບຸນລຽບ ຮຸ່ງວົງສອນ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະ ເສີດ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ເຖິງ ເຈົ້າຊີວິດ Harald V ແລະ ເຈົ້າຊີວິດ Harald V ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດເຖິງທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ກັບລັດ ຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດ ຖະບານ ແລະ ປະຊາຊົນ ນ໋ອກແວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນການພົວພັນຮ່ວມມືຕໍ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ – ສັງຄົມຂອງ ລາວ ໃຫ້ຂະຫຍາຍຕົວຫຍີ່ງໆຂຶ້ນ.