ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ໃນວັນທີ 11 ກໍລະກົດ 2025 ທີ່ ສຳນັກງານປະທານາທິບໍດີ, ນະຄອນຫຼວງວຽນນາ, ສາທາລະນະລັດ ໂອຕຣິດ, ທ່ານ ຄໍາເເພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ອາເລັກຊານເດີ ຟານເເດ ເບເລນ (H.E. Mr. Alexander Van der Bellen), ປະທານາທິບໍດີ ເເຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ.
ໃນໂອກາດດັ່ງກ່າວ, ທ່ານ ຄຳແພງ ດວງທອງລາ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ ເຖິງ ພະນະທ່ານ ອາເລັກຊານເດີ ຟານເເດ ເບເລນ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີ ທີ່ໄດ້ຖືກມອບໝາຍ ໃຫ້ປະຕິບັດໜ້າທີ່ ຢູ່ ສາທາລະນະລັດ ໂອຕຣິດ ເພື່ອປະກອບສ່ວນສົ່ງເສີມການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານ ຄໍາເເພງ ດວງທອງລາ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ໂອຕຣິດ ທີ່ໄດ້ໃຫ້ການສະໜັບສະໜຸນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ.
ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ກໍ່ໄດ້ສະເເດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ທ່ານ ຄໍາເເພງ ດວງທອງລາ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ ເເລະ ໄດ້ສະເເດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ ແລະ ອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງຕົນ. ພ້ອມດຽວກັນນັ້ນ, ທ່ານ ປະທານາທິບໍດີ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ.
ສປປ ລາວ ແລະ ສ. ໂອຕຣິດ ໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 01 ກັນຍາ 1967, ຊຶ່ງປີ 2025 ນີ້ ຄົບຮອບ 58 ປີ. ສປປ ລາວ ໄດ້ເປີດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ ໃນປີ 2010 ເເລະ ຮັບຜິດຊອບ 04 ປະເທດ ຄື: ຊອກຊີ, ກຣົວຊີ, ສະໂລເວນີ ແລະ ສະໂລວາກີ. ສ່ວນປະເທດ ໂອຕຣິດ ໄດ້ເເຕ່ງຕັ້ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ໂດຍມີ ສໍານັກງານຕັ້ງຢູ່ ບາງກອກ, ປະເທດ ໄທ.
ນັບແຕ່ ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສອງປະເທດໄດ້ຮັກສາ ເເລະ ເສີມຂະຫຍາຍການຮ່ວມມືຢ່າງຕໍ່ເນື່ອງ ເປັນຕົ້ນໄດ້ມີການຕິດຕໍ່ພົວພັນແລກປ່ຽນການຢ້ຽມຢາມຊຶ່ງກັນ ເເລະ ກັນປົກກະຕິ ເເລະ ຂອງເຈົ້າໜ້າທີ່ຂັ້ນສູງຂອງສອງຝ່າຍ, ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ, ຮ່ວມມືດ້ານເສດຖະກິດ ເເລະ ການຄ້າ, ສາທາລະນະສຸກ, ການສຶກສາ, ພະລັງງານ, ກະສິກຳ ແລະ ປ່າໄມ້ ເເລະ ໂຍທາທິການ ແລະ ຂົນສົ່ງ.




