ໃນອາທິດຜ່ານມານີ້, ໄດ້ມີພິທີເຊັນສັນຍາການເຊົ່າທີ່ດິນຂອງລັດ ເພື່ອພັດທະນາໂຄງການກໍ່ສ້າງຫໍພັ ຢູ່ມະຫາວິທະຍາໄລແຫ່ງ ຊາດ ຢູ່ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫລວງວຽງ ຈັນ.
ຕາງໜ້າລັດຖະບານລົງນາມໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມ ຄອງຊັບສິນແຫ່ງລັດ, ກະຊວງການເງິນ, ທ່ານ ຄຳໄຊ ບຸນມີສີດາວົງ ແລະ ທ່ານ ອຸນຫຼ້າ ສີວັນເພງ, ຮອງອະ ທິການບໍດີມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການລົງນາມໃນຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງສະບັບເລກທີ 0120/ກງ, ລົງວັນທີ 21 ມັງກອນ 2025 ລັດຖະມົນຕີກະຊວງ ການເງິນ ຕົກລົງໃຫ້ ກົມກຸ້ມຄອງຊັບສິນແຫ່ງລັດລົງນາມເຊັນສັນ ຍາເຊົ່າທີ່ດິນຂອງລັດ ຮ່ວມກັບ ບໍລິສັດ ຫຼັກໄຊລົງທຶນ ຈຳກັດຜູ້ດຽວ ເພື່ອພັດທະນາໂຄງການກໍ່ສ້າງຫໍພັກນັກສຶກສາ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາຢູ່ມະຫາວິທະຍາ ໄລແຫ່ງຊາດ ທີ່ ບ້ານດົງໂດກ, ເມືອງໄຊທານີ ໃນເນື້ອທີ່ 53.279 ຕາແມັດ, ມູນຄ່າເຊົ່າປີເລີ່ມຕົ້ນສັນຍາ ຈຳນວນ 12,319 ໂດລາສະຫະລັດຕໍ່ປີ, ມີອາຍຸສັນຍາ 50 ປີ, ສາມາດຕໍ່ໄດ້ໃນກອບສັນຍາເດີມ, ຄ່າເຊົ່າເພີ່ມຂຶ້ນ 5% ທຸກໆ 5 ປີ, ໂດຍໃຫ້ເລີ່ມເກັບຄ່າເຊົ່າ ນັບແຕ່ປີ 2030 ເປັນຕົ້ນໄປ.
Cr: ກະຊວງການເງິນ





