ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກະສານ 6 ສະບັບ ທີ່ ລາວ-ໄທ ຮ່ວມກັນລົງນາມ

Oct 9, 2024

ໃນວັນທີ 8 ຕຸລາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພາຍຫລັງສໍາເລັດການພົບປະສອງຝ່າຍຢ່າງເປັນທາງການ, ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານ ລະຫວ່າງ ລາວ-ໄທ ຈໍານວນ 6 ສະບັບ ຄື:
1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານການບໍລິຫານຈັດການຊັບ ພະຍາກອນນໍ້າ ແບບບູລະນາການ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ສໍານັກງານຊັບພະຍາກອນແຫ່ງຊາດ
ຣາຊະອານາຈັກໄທ.
2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕັ້ງແຂວງມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ.
3) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະ ຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງ ຣາຊະອານາຈັກໄທ.
4) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ພາຍໃຕ້ໂຄງການຮ່ວມມືການຊ່ວຍເຫຼືອທາງດ້ານວິຊາການດ້ານເຕັກນິກ ລະຫວ່າງໜ່ວຍງານວັດແທກທາງດ້ານກົດໝາຍ ສປປ ລາວ ກັບ ຣາຊະອານາຈັກໄທ.
5) ສັນຍາ ກ່ຽວກັບການດໍາເນີນການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ.
6) ໜັງສືສະແດງເຈດຈໍານົງ ວ່າດ້ວຍ ການເສີມແຮງຂົວມິດຕພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກົມທາງຫຼວງ, ກະຊວງຄົມມະນາຄົມ, ຣາຊະອານາຈັກໄທ
อาจเป็นรูปภาพของ 4 คน และ แท่นบรรยาย