ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອັດສຊີຈີ ມອບທຶນ “SCG Sharing The Dream 2025” ໃຫ້ປະເທດລາວ ຕໍ່ເນື່ອງເປັນປີທີ 14 ເພື່ອສົ່ງເສີມໂອກາດດ້ານການສຶກສາ ສ້າງແຮງບັນດານໃຈໃຫ້ເຍົາວະຊົນຮັກສາສິ່ງແວດລ້ອມ

Nov 14, 2025

ວັນທີ 10 ພະຈິກ 2025 ຟູ່ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກິລາຂອງລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜູນເຍົາວະຊົນລາວ ໃຫ້ມີໂອກາດດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງຮຸ່ນໃຫມ່ ທີ່ມີຄວາມຮູ້, ຄວາມສາມາດ ມີຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”
ໂຄງການ SCG Sharing The Dream ຢູ່ໃນ ລາວ ດຳເນີນງານມາຢ່າງຕໍ່ເນື່ອງເປັນປີທີ 14 ໂດຍ ເອັດສຊີຈີໄດ້ມອບທຶນການສຶກສາໄປແລ້ວ ຫຼາຍກວ່າ 2.583 ທຶນ. ໃນປີນີ້ ເອັດສຊີຈີ ມອບທຶນການສຶກສາຈໍານວນ 125 ທຶນ ໃຫ້ນັກຮຽນ ແລະ ນັກສຶກສາທົ່ວປະເທດລາວ ໂດຍແບ່ງເປັນ 80 ທຶນ ສຳຫຼັບນັກຮຽນລະດັບມັດທະຍົມຕອນປາຍໃນທົ່ວນະຄອນຫຼວງວຽງຈັນ, 30 ທຶນ ສຳລັບນັກຮຽນມັດທະຍົມຕອນປາຍຢູ່ແຂວງຄໍາມ່ວນ ແລະ 15 ທຶນ ສຳລັບນັກສຶກສາລະດັບມະຫາວິທະຍາໄລທົ່ວປະເທດ ເພື່ອສົ່ງເສີມໃຫ້ເຍົາວະຊົນທີ່ມີສັກກະຍະພາບແຕ່ຂາດແຄນທຶນຮອນ ໄດ້ມີໂອກາດພັດທະນາສັກກະຍະພາບ ແລະ ເສີມສ້າງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
May be an image of one or more people and text May be an image of one or more people and text
ທ່ານ ປໍລະເມດ ນິສາກອນເສນ ຜູ້ຊ່ວຍຜູ້ຈັດການໃຫຍ່-ການບໍລິຫານກາງ ເອັດສຊີຈີ ກ່າວວ່າ: “ເອັດສຊີຈີເຊື່ອໝັ້ຍວ່າ ເຍົາວະຊົນທຸກຄົນ ໃນໂຄງການນີ້ມີຄວາມມຸ່ງໝັ້ນທີ່ຈະສ້າງຄວາມຝັນ ແລະ ອະນາຄົດຂອງຕົນເອງ ແລະ ເປັນພະລັງແຮງສໍາຄັນໃນການຂັບເຄື່ອນປະເທດ ໄປສູ່ຄວາມຍືນຍົງ ສອດຄ່ອງກັບແນວຄິດ Inclusive Society ຂອງ ເອັສຊີຈີ ທີ່ມຸ່ງໝັ້ນໃຫ້ທຸກຄົນເຕີບໂຕໄປດ້ວຍກັນຢ່າງຍືນຍົງ, ເອັດສຊີຈີພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນການມອບໂອກາດດ້ານການສຶກສາ ພ້ອມທັງຈຸດປະກາຍໃຫ້ເຍົາວະຊົນເກີດຄວາມຮູ້ສຶກມີສ່ວນຮ່ວມໃນການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ໃນໂອກາດນີ້, ຂ້າພະເຈົ້າ ຂໍຂອບໃຈທຸກພາກສ່ວນທີ່ໄດ້ຮ່ວມເປັນກຳລັງສຳຄັນໃນການດຳເນີນໂຄງການນີ້ໃຫ້ປະສົບຜົນສຳເລັດອີກຄັ້ງໜຶ່ງ”
ໂຄງການ SCG Sharing The Dream ເປັນໜື່ງໃນໂຄງການພັດທະນາສັກກະຍະພາບ ເຍົາວະຊົນໃນພາກພື້ນອາຊີຂອງ ເອັດສຊີຈີ ໄດ້ດຳເນີນການພາຍໃນ 5 ປະເທດ ໄດ້ແກ່ ລາວ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກໍາປູເຈຍ. ຕະຫຼອດໄລຍະເວລາຫຼາຍກວ່າ 112 ປີ ເອັດສຊີຈີໄດ້ດຳເນີນທຸລະກິດຄວບຄູ່ໄປກັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມ, ໂຄງການ SCG Sharing The Dream ຈື່ງເປັນອີກໜື່ງພາລະກິດສຳຄັນໃນການສ້າງ “Green Generation” ຫຼື ເຍົາວະຊົນຮຸ່ນໃໝ່ທີ່ສາມາດນຳເອົາຄວາມຮູ້ໄປພັດທະນາຊຸມຊົນ, ສັງຄົມ ແລະ ປະເທດຊາດໃຫ້ເຕີບໃຫຍ່ຢ່າງຍືນຍົງຕໍ່ໄປ.