ວັນທີ 17 ກັນຍາ 2024 ເມືອງໄຊເສດຖາ ແຂວງອັດຕະປື ຈັດງານຊ່ວງເຮືອປະເພນີ ຢູ່ທ່າຜາມໄຊ ສາຍນໍ້າເຊກະຫມານ ບ້ານຝັ່ງແດງ.
ການຊ່ວງເຮືອປະເພນີ ປີນີ້ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 2 ປະເພດ ຄື: ປະເພດ 12 ສີພາຍ ແລະ 8 ສີພາຍ, ເຮືອ 12 ສີພາຍຊາຍມີ 10 ເຫຼັ້ມ, ເຮືອ 12 ສີພາຍຍິງ 3 ເຫຼັ້ມ ແລະ ປະເພດ 8 ສີພາຍຊາຍ ມີ 11 ເຫຼັ້ມ ລວມທັງໝົດມີ 24 ເຫຼັ້ມ,
ຜົນການແຂ່ງຂັນ ມີຄື:
– ເຮືອປະເພນີ ປະເພດ 12 ສີພາຍ(ຊາຍ) ຊະນະເລີດໄດ້ແກ່ເຮືອ ຊາວໜຸ່ມເມືອງໄຊເສດຖາ ໄດ້ຮັບຂັນລາງວັນຂັນ 1 ໜ່ວຍ ພ້ອມເງີນສົດ 5,000,000 ກີບ, ຮອງຊະນະ ເລີດໄດ້ແກ່ເຮືອ ເມືອງໄຊເສດຖາ ຮັບຂອງລາງວັນເງີນສົດ 4,000,000 ລ້ານກີບ, ທີ 3 ໄດ້ແກ່ເຮືອ ສວນໜອງຜື ໄດ້ຮັບເງີນສົດ 2,500,000 ກີບ.
– ເຮືອປະເພນີ (ຍິງ) ປະເພດ 12 ສີພາຍ ຊະນະເລີດໄດ້ແກ່ເຮືອ ບໍລິສັດຊະນະໂຊກ ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງີນສົດ 5,000,000 ກີບ, ຮອງຊະນະເລີດໄດ້ແກ່ເຮືອ ບ້ານສົມໂຄດ ໄດ້ຮັບເງີນສົດ 4,000,000 ກີບ,
– ເຮືອດັດແປງ (ສຽບ) ຊາຍ ປະເພດ 12 ສີພາຍ ຊະນະເລີດໄດ້ແກ່ເຮືອ ເມືອງສາມັກ ຄີໄຊ ໄດ້ຮັບຂັນລາງວັນຂັນ 1 ໜ່ວຍ ແລະ ເງີນສົດ 5,000,000ກີບ, ຮອງຊະນະເລີດ ໄດ້ແກ່ເຮືອເອັມເຄນຳໂຊກ ຮັບເງີນສົດ 4,000,000 ກີບ, ອັນດັບ 3 ໄດ້ແກ່ເຮືອ ບ້ານວັດຫຼວງ ຮັບເງີນສົດ 2,500,000 ກີບ.
– ເຮືອປະເພນີປະເພດ 8 ສີພາຍ (ຊາຍ) ຊະນະເລີດໄດ້ແກ່ເຮືອ ບ້ານໂສກຄໍາ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງີນສົດ 4,000,000ກີບ, ຮອງຊະນະເລີດໄດ້ແກ່ເຮືອ ບ້ານຫາດຊາຍຂາວ ໄດ້ຮັບເງີນສົດ 3,000,000 ກີບ, ທີ 3 ໄດ້ແກ່ເຮືອ ບ້ານສົມໂຄດ ໄດ້ຮັບເງີນສົດ 2,000,000 ກີບ,
ເຮືອດັດແປງ (ສຽບ) ປະເພດ8ສີພາຍ(ຊາຍ) ຊະນະເລີດໄດ້ແກ່ເຮືອ ເມືອງສາມັກຄີໄຊ ຮັບຂັນລາວວັນຂັນ 1 ໜ່ວຍ ແລະ ເງີນສົດ 4,000,000 ກີບ, ຮອງຊະນະເລີດໄດ້ແກ່ເຮືອ ນ້ອງປານິນ (ໃນນາມສອງອ້າຍນ້ອງ) ໄດ້ຮັບເງີນສົດ 3,000,000ກີບ, ອັນ ດັບ 3 ໄດ້ແກ່ເຮືອ ນາວາເສົາພະໄທ ໄດ້ຮັບເງີນສົດ 2,000,000 ກີບ.
ຂ່າວ: ມະນີວອນ






