ເຮືອຊ່ວງເພດຊາຍບ້ານນາສ້ານ ຄອງຊະນະເລີດ ຊ່ວງເຮືອປະຈຳປີ 2024 ທີ່ເມືອງຫົງສາ
ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນຊ່ວງເຮືອ ຍາວ 15 ສີພາຍ (ທັງຍິງ ແລະ ຊາຍ) ລະຫວ່າງ ວັນທີ 11-12 ຕຸລາ 2024 ທີ່ຜ່າມໄຊ ທ່ານ້ຳແກນ ໂດຍການເປັນປະທານຈັດງານທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ.

ບຸນຊ່ວງເຮືອປີນີ້ ເຮືອຊ່ວງເພດຊາຍ 13 ລໍາ ເຮືອຊ່ວງເພດຍິງ 13 ລໍາ ເຊິ່ງມາຈາກ 13 ບ້ານເທສະບານເມືອງ. ຜົນການຊ່ວງເຮືອ
– ປະເພດຍິງ ອັນດັບ1 ແມ່ນເຮືອຊ່ວງບ້ານໂພນໄຊ ໄດ້ຮັບລາງວັນຂັນເງິນ ນໍ້າໜັກ 1 ກິໂລ 1 ໜ່ວຍ ມູນຄ່າ 25 ລ້ານກີບ ພ້ອມເງີນ 15 ລ້ານກີບ, ອັນດັບ 2 ແມ່ນເຮືອຊ່ວງບ້ານວຽງແກ້ວ ໄດ້ຮັບລາງວັນຂັນເງິນ ນໍ້າໜັກ 0,5 ກິໂລ 1 ໜ່ວຍ ມູນຄ່າ 20 ລ້ານກີບ ພ້ອມເງີນ 14 ລ້ານກີບ ອັນດັບ 3 ແມ່ນເຮືອຊ່ວງບ້ານນາແກ່ນຄຳ ໄດ້ຮັບລາງວັນເງີນ 13 ລ້ານກີບ
– ເຮືອຊ່ວງປະເພດຊາຍ ອັນດັບ 1 ແມ່ນເຮືອຊ່ວງບ້ານນາສ້ານ ໄດ້ຮັບລາງວັນຂັນເງິນ ນໍ້າໜັກ 1 ກິໂລ 1 ໜ່ວຍ ມູນຄ່າ 25 ລ້ານກີບ ພ້ອມເງີນສົດ 15 ລ້ານກີບ ອັນດັບ 2 ແມ່ນເຮືອຊ່ວງບ້ານໂພນໄຊ ຮັບລາງວັນຂັນເງິນນໍ້າໜັກ 0,5 ກິໂລ 1 ໜ່ວຍ ມູນຄ່າ 20 ລ້ານກີບ ພ້ອມເງີນ 14 ລ້ານກີບ ອັນດັບ 3 ແມ່ນເຮືອຊ່ວງບ້ານາແກ່ນຄໍາ ຮັບລາງວັນເງີນ 13 ລ້ານກີບ
ນອກນັ້ນ ຍັງໄດ້ມອບລາງວັນເຮືອງາມ ເຊິ່ງຜ່ານການແຂ່ງຂັນ ຜົນປະກົດວ່າ: ອັນດັບ 1 ແມ່ນເຮືອບ້ານວຽງແກ້ວ ໄດ້ຮັບລາງວັນເງີນ 3 ລ້ານກີບ ອັນດັບ 2 ເຮືອບ້ານນາສ້ານ ໄດ້ຮັບລາງວັນເງີນ 2 ລ້ານ 8 ແສນກີບ ອັນດັບ 3 ແມ່ນເຮືອບ້ານນາແກ່ນຄຳ ໄດ້ຮັບລາງວັນເງີນ 2 ລ້ານ 5 ແສນກີບ ແລະ ມີລາງວັນຊົມເຊີຍໃຫ້ເຮືອງາມບ້ານຕ່າງໆ ຕື່ມອີກ.






