ໃນວັນທີ 29 ມິຖຸນາ 2025 ນີ້ ຢູ່ເມືອງຮົ່ມ ແຂວງໄຊສົມບູນ ໄດ້ມີຝົນຕົກໜັກເຮັດໃຫ້ເຮືອນຂອງທ່ານ ສົມນິດ ຢູ່ທີ່ບ້ານນໍ້າຄຽນ ເມືອງຮົ່ມ ທີ່ຢູ່ຕິດກັບຫ້ວຍນໍ້າເຢັນ (ຫ່າງຈາກຕາຝັ່ງຫ້ວຍນໍ້າປະມານ 3 ແມັດ) ລົ້ມເສຍຫາຍຢ່າງໜັກ ໃນເວລາປະມານ 3 ໂມງເຊົ້າຂອງວັນທີ 30 ມິຖຸນານີ້ ເຊິ່ງເປັນເຮືອນຂະໜາດ 12×15 ແມັດ ເປັນເຮືອນສອງຊັ້ນ, ຊັ້ນທີຍັງບໍ່ທັນກໍ່, ສ່ວນຊັ້ນທີ່ສອງເປັນໄມ້, ແອ້ມດ້ວຍໄມ້ຕໍ່ໃສ່ໜ້າທາງ, ມຸງດ້ວຍກະເບື້ອງ ໃນນັ້ນມີລົດຈັກ 1 ຄັນ, ຕູ້ເຢັນ, ຕູ້ແຊ່, ຖ້ວຍ, ບ່ວງ, ເຂົ້າສານ, ເຄື່ອງນຸ່ງ ແລະ ຕູບໜ້ອຍມຸ້ງສັງກະສີ ຖືກນໍ້າພັດໄປໝົດ ເວົ້າລວມແລ້ວມູນຄ່າທີ່ເສຍຫາຍໃນຄັ້ງນີ້ ປະມານ 180 ລ້ານກວ່າກີບ.
ພາບ-ຂ່າວ: ສຸວັນໄຊ ລຽວເຊີ







