ປະຊາຊົນ 2 ເມືອງຄື: ສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈໍານວນ 17 ບ້ານ, 5.490 ຫຼັງຄາເຮືອນ ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ເຮັດໃຫ້ເກີດມີລົມແຮງ, ຝົນຕັກໜັກ ແລະໝາກເຫັບຕົກ ໃນວັນທີ 22 ມີນາ 2026 ນອກຈາກນີ້ ຍັງມີພື້ນຖານໂຄງລ່າງໄດ້ຮັບຜົນກະທົບອີກຈໍານວນໜື່ງ. ປັດຈຸບັນປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ຮັບການຊ່ວຍເຫຼືອບັນເທົາທຸກ ໃນເບື້ອງຕົ້ນແລ້ວ.

ອີງຕາມຂໍ້ມູນຈາກ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສຳລັບ ເມືອງສີໂຄດຕະບອງ ມີ 10 ບ້ານ, 5.012 ຫຼັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ, ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍ 109 ຫຼັງຄາ. ສະເພາະ ບ້ານວຽງຄໍາ ມີເຮືອນປະຊາຊົນ ໄດ້ຮັບຜົນເສຍຫາຍ 1.593 ຫຼັງຄາເຮືອນ, ຫ້ອງການບ້ານ 1 ຫຼັງ, ໂຮງຮຽນປະຖົມ 1 ແຫ່ງ, ລົດໃຫຍ່ເປ່ເພ 14 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 8 ຄົນ; ບ້ານຈັນສະຫວ່າງ 1.200 ຫຼັງຄາເຮືອນ, ວັດ 2 ແຫ່ງ, ໂຮງຮຽນມັດທະຍົມ 1 ແຫ່ງ, ໂຮງຮຽນອະນຸບານ 1 ແຫ່ງ, ສຸກສາລາບ້ານ 1 ແຫ່ງ ແລະ ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 3 ຄັນ; ບ້ານໂພນສົມບູນ 430 ຫຼັງຄາເຮືອນ, ເສຍຫາຍ 100% ຈໍານວນ 258 ຫຼັງຄາ, ລົດໃຫຍ່ເປ່ເພ 30 ຄັນ, ຄອບຄົວຂາດເຂີນ 7 ຄອບຄົວ; ບ້ານໜອງດາ 37 ຫຼັງຄາເຮືອນ, ເສຍຫາຍ 100% ຈໍານວນ 14 ຫຼັງຄາ, ລົດໃຫຍ່ເປ່ເພ 1 ຄັນ; ບ້ານຕາດທອງ 546 ຫຼັງຄາເຮືອນ, ເສຍຫາຍ 100% ຈໍານວນ 253 ຫຼັງຄາ, ລົດໃຫຍ່ເປ່ເພ 5 ຄັນ, ຄອບຄົວຂາດເຂີນ 5 ຄອບຄົວ; ບ້ານໜອງແຕ່ງເໜືອ 415 ຫຼັງຄາເຮືອນ, ລົດໃຫຍ່ 1 ຄັນ, ໂຮງຮຽນລ້ຽງເດັກ+ໂຮງຮຽນປະຖົມ 1 ແຫ່ງ, ຄອບຄົວຂາດເຂີນ 3 ຄອບຄົວ; ບ້ານໃໝ່ 618 ຫຼັງ ຄາເຮືອນ, ເສຍຫາຍໜັກ 303 ຫຼັງຄາ, ເສຍຫາຍປານກາງ 127 ຫຼັງຄາ, ເສຍຫາຍເລັກໜ້ອຍ 188 ຫຼັງຄາ; ບ້ານຈໍາປາ 22 ຫຼັງຄາເຮືອນ; ບ້ານໜອງໜ້ຽວ 130 ຫຼັງຄາເຮືອນ; ບ້ານໂພນສະຫວາດເໜືອ 21 ຫຼັງຄາເຮືອນ, ເສຍຫາຍເລັກໜ້ອຍ 15 ຄອບຄົວ, ໂຮງຮຽນລາວ-ເກົາຫຼີ 1 ຫຼັງ; ຄ້າຍທະຫານກອງພັນໃຫຍ່ຈໍ 11 ໄດ້ຮັບຜົນເສຍຫາຍ 109 ຫຼັງຄາ ຄື: ຫ້ອງການ 17 ຫຼັງຄາ, ສະໂມສອນ 1 ຫຼັງ, ເຮືອນນອນ 36 ຫຼັງ, ເຮືອນຄົວ 13 ຫຼັງ, ກະລາລົດສູ້ຮົບ 2 ຫຼັງ, ສາງເຂົ້າ 9 ຫຼັງ, ສາງອາວຸດ 3 ຫຼັງ, ຫ້ອງນໍ້າ 18 ຫຼັງ, ສາງສາກໝໍ້ໄຟ 1 ຫຼັງ, ຫໍມູນເຊື້ອ 1 ຫຼັງ, ໂຮງໝໍ 10 ຕຽງ ມີ 2 ຫຼັງ, ໂຮງງານນໍ້າດື່ມ 1 ຫຼັງ ແລະ ສູນບັນຊາ 1 ຫຼັງ. ສ່ວນເມືອງນາຊາຍທອງ ມີ 7 ບ້ານ, 478 ຫຼັງຄາເຮືອນ ຄື: ບ້ານນາລ່ຽນ ມີເຮືອນປະຊາຊົນ ໄດ້ຮັບຜົນເສຍຫາຍ 95 ຫຼັງ; ບ້ານສີເກີດ 298 ຫຼັງ; ບ້ານໄຊມຸງຄຸນ 30 ຫຼັງ; ບ້ານດົງຫຼວງ 28 ຫຼັງ; ບ້ານປັກແຮດ 23 ຫຼັງ; ບ້ານນາຊາຍເໜືອ 1 ຫຼັງ ແລະ ບ້ານນາຊາຍກາງ 3 ຫຼັງ.

ປັດຈຸບັນກອງເລຂາຄະນະຄຸ້ມຄອງໄພພິບັດ ຂັ້ນເມືອງ, ຂັ້ນນະຄອນຫລວງ ແລະ ຂັ້ນສູນກາງ ກໍາລັງເກັບກຳຂໍ້ມູນ ເພື່ອວາງແຜນໃນການຊ່ວຍເຫຼືອ. ສຳລັບວິທີແກ້ໄຂສະເພາະໜ້າ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອນໍາເອົາເຂົ້າສານ, ນໍ້າດື່ມ ແລະ ເຄື່ອງອຸປະໂພກ ໄປມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອຈັດສັນມອບໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບ ຊຶ່ງປະກອບມີ: ເຂົ້າສານຈ້າວ 20 ໂຕນ, ນໍ້າດື່ມ 50 ແພັກ, ເຄື່ອງໃຊ້ຄົວເຮືອນ 200 ຊຸດ, ເຄື່ອງສຸຂະອະນາໄມ 200 ຊຸດ, ສາດຢາງ 1.000 ຜືນ ແລະ ມຸ້ງ 1.000 ດາງ, ລວມມູນຄ່າ 1,4 ຕື້ກວ່າກີບ.

ສຳລັບການແກ້ໄຂແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ໄດ້ແຍກອອກເປັນ 3 ແບບ ຄື: ຄອບຄົວທີ່ໄດ້ຮັບຜົນກະທົບ ທັງເປັນຄອບຄົວທີ່ທຸກຍາກ (ຈະໄດ້ຮັບຊຸດທີ 1); ຄອບຄົວທີ່ໄດ້ຮັບຜົນກະທົບ ແຕ່ເປັນຄອບຄົວມີປານກາງ, ສາມາດຊ່ວຍຕົນເອງໄດ້ (ຈະໄດ້ຮັບຊຸດທີ 2); ຄອບຄົວທີ່ໄດ້ຮັບຜົນກະທົບ ແຕ່ເປັນຄອບຄົວກຸ້ມກິນ, ມີເສດຖະກິດດີ ແລະ ສາມາດຊ່ວຍຕົນເອງໄດ້ (ຈະໄດ້ຮັບຊຸດທີ 3).

ຢ່າງໃດກໍຕາມ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງຂໍທິດຊີ້ນໍາຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຂໍອະນຸຍາດລະດົມທຶນຈາກສັງຄົມ ຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ, ຖ້າໄດ້ຮັບການອະນຸຍາດກໍຈະໄດ້ເປີດບັນຊີ ແລະ ຕັ້ງຈຸດໃນການລະດົມທຶນ.


