ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຮືອບິນ C919 ແລະ ARJ21 ຂອງບໍລິສັດ COMAC ຂອງຈີນເດີນທາງເຖິງລາວຄັ້ງທຳອິດ

Mar 4, 2024

ວັນທີ 3 ມີນານີ້, ເຮືອບິນໂດຍສານຂະໜາດໃຫຍ່ C919 ແລະ ARJ21 ຂອງບໍລິສັດ COMAC ຂອງຈີນໄດ້ລົງຈອດສະໜາມບິນສາກົນວັດໄຕທີ່ນະຄອນຫຼວງວຽງຈັນ ເຊິ່ງແມ່ນເຮືອບິນໂດຍສານສອງຊະນິດນີ້ຂອງຈີນເດີນທາງເຖິງປະເທດລາວເປັນຄັ້ງທຳອິດ.
ອີງຕາມລາຍການເຄື່ອນໄຫວ, ເຮືອບິນສອງລຳດັ່ງກ່າວຈະວາງສະແດງຢູ່ສະໜາມບິນສາກົນວັດໄຕ. ນອກນີ້, ເຮືອບິນ ARJ21 ຍັງຈະບິນສະແດງໄປ-ກັບລະຫວ່າງນະຄອນຫຼວງວຽງ ຈັນ ແລະ ນະຄອນຫຼວງພະບາງ ທີ່ເປັນເມືອງທ່ອງທ່ຽວອງລາວ.
Cr: CMG