ເຮືອບິນ Yak-130 ທີ່ປະສົບອຸບັດເຫດຕົກທີ່ຫນອງນ້ຳ ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງ ໃນເວລາ 09:45 ໂມງ ຂອງວັນທີ 04/10/2024 ເຮັດໃຫ້ນັກບິນທັງສອງສະຫາຍເສຍຊີວິດ ນັ້ນແມ່ນຍົນ Yak-130 ທີ່ມີເລກທະບຽນ ແມ່ນລະຫັດ 047
ເຮືອບິນລຳດັ່ງກ່າວ ເລິ່ມມາປະຈຳຢູ່ກອງທັບອາກາດລາວ ທີ່ປະກົດໂສມໃຫ້ເຫັນແມ່ນຕອນບິນເຂົ້າສວນສະໜາມ ທີ່ຄ້າຍວິທະຍາຄານກົມມະດຳ ( ນ້ຳຊ່ວງ ) ເມືອງໂພນໂຮງ ແຂວງວຽງຈັນ ເພື່ອເຂົ້າພິທີສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ເມື່ອວັນທີ 20/01/2019 ມີຈຳນວນທັງຫມົດ ຈຳນວນ 4 ລຳ ໝາຍວ່າເຮືອບິນ Yak-130 ຂອງການກອງທັບອາກາດລາວ ທັງ 4 ລຳ ແມ່ນມີອາຍຸປະຈຳການ ມາແລ້ວ 5 ປີປາຍ…
ທີ່ມາ: ຄົນຮັກການບິນ In Love Aviation





