ບຸນຊ່ວງເຮືອປະເພນີ ແຂວງວຽງຈັນ ປະຈຳປີ 2024 ຈັດຂຶ້ນທີ່ທ່ານໍ້າບ້ານເກີນ ເມືອງທຸລະຄົມ ໃນລະຫວ່າງວັນທີ 2-3 ພະຈິກ 2024 ໂດຍແບ່ງການແຂ່ງອອກເປັນ 2 ປະເພດຄື: ເຮືອ 12 ສີພາຍ ແລະ ເຮືອປະເພນີ 55 ສີພາຍ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍແຂກຮັບເຊີນ, ມວນຊົນພາຍໃນເມືອງທຸລະຄົມ ແລະ ເມືອງອ້ອມຂ້າງ ເຂົ້າຮ່ວມ.
ການແຂ່ງຂັນຊ່ວງເຮືອໃນຄັ້ງນີ້, ມີເຮືອ 12 ສີພາຍ ເຂົ້າຮ່ວມແຂ່ງຂັນ 40 ລຳ ແລະ ເຮືອປະເພນີ 55 ສີພາຍ 17 ລຳ.
ຜ່ານການແຂ່ງຂັນ ເຮືອກິລາຊາຍ 12 ສີພາຍ ທີ 1 ໄດ້ແກ່ ເຮືອອະພິມາ-ຊັນນີ່ແອັດແຊັດ ເມືອງວັງວຽງ ໄດ້ຮັບເງິນລາງວັນ 30 ລ້ານກີບ, ພ້ອມຂັນເງິນ 1 ໜ່ວຍ ແລະ ຂັນໂລ້ລາງວັນ (ຂັນກິລາ) 1 ໜ່ວຍ; ທີ 2 ເຮືອແຟມີລີ 1-ຮ້ານຂາຍຄໍາ LK ໄດ້ຮັບເງິນລາງວັນ 20 ລ້ານກີບ, ພ້ອມຂັນໂລ້ລາງວັນ 1 ໜ່ວຍ; ທີ 3 ເຮືອ ພີເອັນເອັມ (PNM) ທິດານ້ອຍ 888 ໄດ້ຮັບເງິນລາງວັນ 15 ລ້ານກີບ, ພ້ອມຂັນໂລ້ລາງວັນ 1 ໜ່ວຍ ແລະ ທີ 4 ເຮືອກຸຫລາບແດງ-ສຸກພອນໄຊ ໄດ້ຮັບເງິນລາງວັນ 10 ລ້ານກີບ, ພ້ອມຂັນໂລ້ລາງວັນ 1 ໜ່ວຍ.
ສ່ວນຊ່ວງເຮືອປະເພນີຊາຍ 55 ສີພາຍ ຊະນະເລີດ ອັນດັບທີ 1 ໄດ້ແກ່ ເຮືອບ້ານເກີນກາງ ໄດ້ຮັບເງິນລາງວັນ 50 ລ້ານກີບ, ພ້ອມຂັນເງິນລາງວັນ 1 ໜ່ວຍ; ທີ 2 ເຮືອບ້ານຫາດສວນ ໄດ້ຮັບເງິນລາງວັນ 40 ລ້ານກີບ, ພ້ອມຂັນເງິນລາງວັນ 1 ໜ່ວຍ; ທີ 3 ເຮືອບ້ານຕານປ່ຽວ ໄດ້ຮັບເງິນລາງວັນ 30 ລ້ານກີບ, ພ້ອມຂັນເງິນລາງວັນ 1 ໜ່ວຍ ແລະ ທີ 4 ເຮືອບ້ານແຈ້ງ ໄດ້ຮັບເງິນລາງວັນ 20 ລ້ານກີບ, ພ້ອມຂັນເງິນລາງວັນ 1 ໜ່ວຍ, ຕາງໜ້າມອບລາງວັນ ໂດຍ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍ ຮອງເຈົ້າແຂວງ ແລະ ເຈົ້າເມືອງ. ນອກນັ້ນ, ຍັງໄດ້ມອບລາງວັນເຮືອງາມ ແລະ ເຮືອໄຟ ຕື່ມອີກ.
ພາຍໃນງານຄັ້ງນີ້ ຍັງໄດ້ຈັດງານຕະຫລາດນັດວາງສະແດງ-ຂາຍສິນຄ້າປະເພດຕ່າງໆ ເປັນຕົ້ນ ສິນ ຄ້າໂອດັອບຈາກ 11 ເມືອງ, ຮ້ານວາງສະແດງ ແລະ ບໍລິການ ຂອງທະນາຄານ, ລັດວິ ສາຫະກິດ, ຫົວໜ່ວຍທຸລະກິດ, ເຄື່ອງອຸປະ ໂພກ-ບໍລິໂພກ, ອາຫານການກິນ, ມີການເສບຄົບງັນດ້ວຍວົງດົນຕີ, ຟ້ອນລາຍງ້າວ ຂອງບ້ານປາກກະຍຸງ ແລະ ສະແດງສິລະປະ-ວັນນະຄະດີ ຂອງນ້ອງນ້ອຍນັກຮຽນ ເພື່ອເປັນສີສັນໃຫ້ແກ່ງານ.








