ວັນທີ 2 ພະຈິກ 2024 ບຸນຊ່ວງເຮືອປະເພນີ ຊິງຂັນທ່ານເຈົ້າແຂວງວຽງຈັນ
ປະຈຳປີ 2024 ທີ່ ບ້ານເກີນ, ເມືອງທຸລະຄົມ ມີການແຂ່ງຂັນປະເພດເຮືອ 12 ສີພາຍ. ມີເຮືອເຂົ້າຮ່ວມທັງໝົດ 40 ລຳ.
ຜົນການແຂ່ງຂັນ ມີດັ່ງນີ້:
– ອັນດັບ 1 ເຮືອຊ່ວງອະພິມາ ໄດ້ຮັບຂັນຊະນະເລີດ ພ້ອມເງິນລາງວັນ 30,000,000 ກີບ
– ອັນດັບ 2 ເຮືອແພມາລີ 1 ໄດ້ຮັບຂັນ ພ້ອມເງິນລາງວັນ 20,000,000 ກີບ
– ອັນດັບ 3 ເຮືອ PNM ເທບທິດານ້ອຍ 888 ຮັບຂັນ ພ້ອມເງິນລາງວັນ 15,000,000 ກີບ
– ອັນດັບ 4 ເຮືອກຸຫລາບແດງ ໄດ້ຮັບຂັນ ພ້ອມເງິນລາງວັນ 10,000,000 ກີບ.
ສ່ວນວັນທີ 3 ພະຈິກ 2024 ຈະສຶບຕໍ່ແຂ່ງຂັນເຮືອປະເພນີ 55 ສີພາຍ ເຊິ່ງຈະມີເຮືອເຂົ້າຮ່ວມແຂ່ງຂັນ 17 ລຳ.
Photo: Bounma Keoboutda+ເພງລາວ Lao Songs






