ປີ 2024 ຜ່ານມາ ເເຂວງຫົວພັນ ສາມາດຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມເເຜນການທີ່ວາງໄວ້ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ບັນລຸ 5,347 ຕື້ກວ່າກີບ, ລາຍໄດ້ ສະເລ່ຍຕໍ່ຫົວຄົນ 16 ລ້ານກວ່າກີບ/ຄົນ/ປີ ຫຼືເທົ່າກັບ 841 ໂດລາສະຫະລັດ/ຄົນ/ປີ, ສ່ວນອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4.73%.
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປະຈໍາປີ 2024 ເເລະ ວາງທິດທາງເເຜນການປີ 2025 ຈັດຂື້ນໃນລະຫວ່າງວັນທີ 6-7 ມັງກອນນີ້ ຢູ່ຫໍປະຊຸມເເຫ່ງຊາດນະ ຄອນຫລວງວຽງຈັນ ທ່ານ ຄໍາເເພງ ໄຊສົມເເພງ ເຈົ້າເເຂວງໆຫົວພັນ ໃຫ້ຮູ້ວ່າ : ໄລຍະ 1 ປີຜ່ານມາ ອົງຄະນະພັກເເຂວງຫົວ ພັນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນຊາວແຂວງຫົວພັນ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຊຸກຍູ້ສົ່ງເສີມ ແລະ ສ້າງທຸກເງື່ອນໄຂ ເພື່ອອໍານວຍຄວາມສະດວກຕາມທ່າແຮງບົ່ມຊ້ອນ ເຂົ້າໃນ ວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ໂດຍສຸມໃສ່ການປູກຝັງລ້ຽງ-ສັດທີ່ເປັນທ່າເເຮງຂອງເເຂວງ ເປັນຕົ້ນ: ການປູກເຂົ້າ, ປູກເຂົ້າໄກນ້ອຍ, ມັນ ຕົ້ນ, ຂີງໃຫຍ່, ສາລີ, ໝາກເດືອຍ, ມັນສາຄູ ເເລະ ອື່ນໆ.
ປີຜ່ານມາ ທົ່ວແຂວງຫົວພັນມີເນື້ອທີ່ປູກຝັງ ປະຕິບັດໄດ້ທັງໝົດ 74.228 ເຮັກຕາ, ຜົນຜະລິດ 493.492 ໂຕນ; ມີເນື້ອທີ່ປູກເຂົ້າ 29.833.03 ເຮັກຕາ, ສາມາດເກັບກ່ຽວຜົນຜະລິດໄດ້ 111.715 ໂຕນ ປະຕິບັດໄດ້ລື່ນຄາດໝາຍ 0.26%; ເນື້ອທີ່ປູກພືດສະບຽງອາຫານ 5.743.66 ເຮັກຕາ ເກັບກ່ຽວຜົນຜະລິດໄດ້ 29.112.91 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 92.95%; ເນື້ອທີ່ຜະລິດພືດເປັນສິນຄ້າ 38.651.88 ເຮັກຕາ ເກັບ ກ່ຽວຜົນຜະລິດໄດ້ 352.664.77 ໂຕນ ທຽບໃສ່ແຜນການປີປະຕິບັດລື່ນຄາດໝາຍ 1.79% ສ່ວນໂຄງປະກອບທາງດ້ານເສດຖະກິດມີການຜັນປ່ຽນ ຄື: ຂະແໜງກະສິກໍາ ແລະ ປ່າໄມ້ ເພີ່ມຂຶ້ນ 5.3% ກວມເອົາ 57.69% ຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 4.37% ກວມເອົາ 21.33% ຂອງ GDP.,ຂະແໜງບໍລິການ ເພີ່ມຂຶ້ນ 4.40% ກວມເອົາ 20.98% ຂອງ GDP.



