ຕອນເຊົ້າວັນທີ 25 ກັນຍາ 2025 ຄະນະນັກຂ່າວລາວຈາກວິທະຍຸກະຈາຍສຽງເເຫ່ງຊາດລາວ, ໂທລະພາບເເຫ່ງຊາດລາວ, ສໍານັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ ຫຼື ວຽງຈັນທາມ ຮ່ວມກັບພາກສ່ວນກ່ຽວຂອງຫວຽດນາມ ໄດ້ເຄື່ອນໄຫວເກັບກໍາຂ່າວຢູ່ສະຖານທີ່ມໍລະດົກເເຫ່ງຊາດເເບັກດັ້ງຊ່າງ ນະຄອນຮາຍຟອງ ຫວຽດນາມ ເປັນສະຖານເກົ່າເເກ່ມີອາຍຸຫຼາຍກວ່າ 1.000 ປີ ເຄີຍເປັນບ່ອນເຈົ້າຊີວິດຫວຽດນາມ 3 ອົງໃຊ້ເປັນບ່ອນພັກຜ່ອນເພື່ອຕັ້ງທັບ ເເລະ ນຳພາປະຊາຊົນຕໍ່ສູ້ຕ້ານການຮຸກຮານຂອງສັດຕູທາງນໍ້າ ໃນເເຕ່ລະໄລຍະເເຕກຕ່າງກັນຈົນໄດ້ຮັບໄຊຊະນະ.

ຍ້ອນເຫັນໄດ້ຄວາມສໍາຄັນ, ເພື່ອຈາລຶກເຖິງຄຸນງາມຄວາມດີຂອງບັນພະບູລຸດ ເເລະ ປະຊາຊົນຫວຽດນາມທີ່ໄດ້ເສຍສະຫຼະເລືອດເນື້ອ ເເລະ ຊິວິດເພື່ອປົກປ້ອງຜືນເເຜ່ນດີນກໍຄືປະເທດຊາດຈາກການຮຸກຮານຂອງສັດຕູພາຍນອກ, ພັກ ເເລະ ລັດຖະບານຫວຽດນາມໄດ້ກຳນົດເອົາ ເເບັກດັ້ງຊ່າງ ເປັນມໍລະດົກເເຫ່ງຊາດທີ່ມີຄຸນຄ່າທີ່ສຸດ ເເລະ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ມີຊື່ສຽງອີກແຫ່ງຫນຶ່ງຂອງຫວຽດນາມກໍຄືຂອງນະຄອນຮາຍຟອງ. ດ້ານໃນມີການກໍ່ສ້າງສວນສາທາລະນະ, ທາງຄົນຍ່າງ ພ້ອມທັງສິ່ງອໍານວຍຄວາມສະດວກຕ່າງໆ, ປັບປຸງສະພາບເເວດລ້ອມໃຫ້ຕິດພັນກັບທໍາມະຊາດ, ກໍ່ສ້າງຫໍຜາສາດລາດຊະວັງ, ຫໍບູຊາສິ່ງສັກສິດທີ່ສວຍງາມ ເເລະ ເປັນເອກະລັກສະເພາະ ເພື່ອໃຫ້ມວນຊົນກໍຄືນັກທ່ອງທ່ຽວໄດ້ກາບໄຫວ້ສັກກາລະບູຊາເພື່ອຄວາມເປັນສິລິມຸງຄຸນ.

ແບັກດັ້ງຊ່າງ ຍັງເປັນສະຖານທີ່ອ້ອມຮອບໄປດ້ວຍເເມ່ນໍ້າໃຫຍ່ ເເລະ ພູຫີນປູນຄ້າຍຄືຮົ້ວກຳເເພງທີ່ແຂງແກ່ນ ເພື່ອປ້ອງກັນສັດຕູ. ພັກ ແລະ ລັດຖະບານຫວຽດນາມໄດ້ອອກນະໂນບາຍພິເສດ3ບໍ່ ຢູ່ສະຖານທີ່ເເຫ່ງນີ້ຄື: ບໍ່ອະຍຸຍາດໃຫ້ມີການຊື້-ຂາຍສິນຄ້າໃດໆ, ບໍ່ອະນຸຍາດໃຫ້ເກັບຄ່າບໍລິການເຂົ້າຊົມ ແລະ ບໍ່ອະນຸຍາດໃຫ້ຖິ້ມຂີ້ເຫຍື້ອຊະຊາຍ. ໃນແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າໄປທ່ຽວຊົມແບັກດັ້ງຊ່າງຫຼາຍສົມຄວນ.

ຂ່າວ-ພາບ: ເດດອາລຸນ ແກ້ວວິໄລ .


