ເມື່ອບໍ່ດົນມານີ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແກ່ນທ້າວ ແຂວງໄຊຍະບູລີ ສົມທົບກັບບໍລິສັດ ສົ່ງເສີມແຮງງານລາວຈໍາກັດຜູ້ດຽວ ສໍາພາດຄັດເລືອກເອົາແຮງງານ ເພື່ອໄປເຮັດວຽກຕາມລະດູການ ຢູ່ ສ. ເກົາຫລີ ໂດຍມີ ທ່ານ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສໍາພາດແຮງງານ ເພື່ອຄັດເລືອກໄປເຮັດວຽກຕາມລະດູການ ຢູ່ເມືອງຊອງຈູ ເຄຢອງຊາງບຸກໂຕ ແລະ ເມືອງຈອງຊອງ ແຂວງຊຸງຊອງນໍາໂຕ ປະເທດ ສ ເກົາຫລີ ໃນຄັ້ງນີ້, ມີແຮງງານຢູ່ພາຍໃນເມືອງແກ່ນທ້າວ ມາສະໜັກທັງໝົດ 90 ກວ່າຄົນ, ຍິງ 50 ກວ່າຄົນ, ສໍາພາດຜ່ານ 83 ຄົນ, ຍິງ 55 ຄົນ.
ຂ່າວ: ແກ່ນທ້າວ.




