ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ຈະຈັດຫຼາຍກິດຈະກໍາສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568.

Mar 26, 2025

ແກ່ນທ້າວ ຈະຈັດຫຼາຍກິດຈະກໍາສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568.
ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ຫົວໜ້າຄະນະຮັບຜິດຊອບຈັດງານບຸນປີໃໝ່ລາວ ພສ 2568 ໄດ້ອອກແຈ້ງການ ສະບັບເລກທີ 197, ລົງວັນທີ 19 ມີນາ 2025 ກ່ຽວກັບ ກິດຈະກໍາສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໃຫ້ຊາບວ່າ: ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໃນປີນີ້ ແມ່ນປະຕິບັດຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ເຊິ່ງເມືອງແກ່ນທ້າວ ຈະໄດ້ຈັດກິດຈະກໍາຫຼາຍຢ່າງ ເພື່ອສະເຫຼີມສະຫຼອງບຸນດັ່ງກ່າວ ເປັນຕົ້ນແມ່ນງານປະກວດນາງສາວງາມ (ນາງສັງຂານ), ການແຂ່ງຂັນກິລາຊ່ວງເຮືອຊາຍ ປະເພດ 15 ສີພາຍ, ການແຂ່ງຂັນກິລາຊົກມວຍນໍ້າ, ການປະກວດອາຫານພື້ນບ້ານ, ແຫ່ນາງສັງຂານ ແລະ ກິດຈະກໍາອື່ນໆ ເຊິ່ງບັນດາກິດຈະກໍາທີ່ຈະຈັດຂຶ້ນໃນແຕ່ລະວັນລະອຽດ ດັ່ງນີ້: ວັນທີ 11 ເມສາ 2025 (ຕອນຄໍ່າ) ຢູ່ທີ່ເດີ່ນກິລາເມືອງ ຈະໄດ້ຈັດກິດຈະກໍາປະກວດນາງສາວງາມ (ນາງສັງຂານ), ຮັບຊົມການສະແດງສິລະປະຈາກບັນດາໂຮງຮຽນ ແລະ ກິດຈະກໍາອື່ນໆ. ວັນທີ 13 ເມສາ 2025 ຢູ່ທີ່ອ່າງນໍ້າຕຳ (ບ້ານນາບອນ) ຈະໄດ້ຈັດກິດຈະກໍາແຂ່ງຂັນກິລາເຮືອຊ່ວງເພດຊາຍ 15 ສີພາຍ, ການແຂ່ງຂັນຊົກມວຍນໍ້າ ແລະ ການປະກວດອາຫານພື້ນບ້ານ. ວັນທີ 14 ເມສາ 2025 ຢູ່ເສັ້ນທາງເທດສະບານເມືອງ ແຕ່ໜ້າສູນບໍລິການໄຟຟ້າປະຈໍາເມືອງ ຫາ ໜ້າວັດສີພູມຈະມີການປິດການສັນຈອນຊົ່ວຄາວເປັນເວລາ 1 ວັນ ເພື່ອໃຫ້ປະຊາຊົນຫົດສົງນໍ້າອວຍພອນເຊິ່ງກັນ ແລະ ກັນຕາມປະເພນີ ແລະ ວັນທີ 16 ເມສາ 2025 ຈະໄດ້ຈັດກິດຈະກໍາແຫ່ນາງສັງຂານ, ແຫ່ຕົ້ນກັນໄປຖວາຍວັດສີພູມຕາມປະເພນີ.
ຂ່າວ: ແກ່ນທ້າວ.