ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາຊ່ວງເຮືອ, ຊົກມວຍນ້ຳ ແລະ ການປະກວດອາຫານພື້ນບ້ານ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568 ຂຶ້ນ ໃນວັນທີ 13 ເມສາ 2025 ນີ້, ຢູ່ທີ່ອ່າງນໍ້າຕໍາ ບ້ານນາບອນ. ໂດຍການເປັນກຽດເຂົ້າຮ່ວມຮັບຊົມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ, ມີບັນດາການນໍາເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສໍານັກງານອ້ອມຂ້າງເມືອງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບຳນານ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດຜູ້ປະກອບການ, ບັນດານາຍບ້ານ ຕະຫຼອດຮອດປະຊາຊົນຊັ້ນຄົນຕ່າງໆ ຢູ່ພາຍໃນເມືອງ, ແຂກຕ່າງເມືອງ, ຕ່າງແຂວງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ຫົວໜ້າຄະນະຮັບຜິດຊອບຈັດງານແຂ່ງຂັນ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນກິລາຊ່ວງເຮືອ, ການແຂ່ງຂັນຊົກມວຍນ້ຳ ແລະ ການປະກວດອາຫານພື້ນບ້ານ ປີນີ້ ມີເຮືອເຂົ້າຮ່ວມການແຂ່ງຂັນ ທັງໝົດ 13 ລຳ (ເປັນເຮືອຂະໜາດບໍ່ເກີນ 15 ສີພາຍ). ໃນນັ້ນ, ເປັນຕົວແທນໃຫ້ບ້ານເທດສະບານ 9 ລຳ, ບໍລິເວນດອນເມນ 1 ລຳ, ບ້ານບຸ່ງມ່າ ເມືອງປາກລາຍ 1 ລຳ ແລະ ຕົວແທນບໍລິສັດ 2 ລຳ. ກິລາຊົກມວຍນ້ຳ ມີຜູ້ເຂົ້າຮ່ວມແຂ່ງຂັນ 10 ຄົນ ແລະ ການປະກວດອາຫານພື້ນບ້ານ ມີຕົວແທນເຂົ້າຮ່ວມປະກວດ 9 ບ້ານ ແລະ 4 ອົງການຂອງລັດ.
ຜ່ານການແຂ່ງຂັນກິລາຊ່ວງເຮືອ ທີ 1 ໄດ້ແກ່ ສາມຍອດກຸມມານ ໄດ້ເງິນລາງວັນ 5 ລ້ານກີບ ພ້ອມດ້ວຍຂັນລາງວັນ, ທີ 2 ໄດ້ແກ່ ບ້ານດອນເມນ ໄດ້ຮັບເງິນລາງວັນ 3 ລ້ານກີບ, ທີ 3 ໄດ້ແກ່ ບ້ານທ້າວແກ່ນ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ທີ 4 ບ້ານຫາດແດງ ໄດ້ຮັບເງິນລາງວັນ 1 ລ້ານກີບ. ການແຂ່ງຂັນຊົກມວຍນ້ຳ ທີ 1 ໄດ້ແກ່ ຕົວແທນຈາກບ້ານພວນ ໄດ້ຮັບເງິນລາງວັນ 5 ແສນກີບ ພ້ອມດ້ວຍຂັນລາງວັນ, ທີ 2 ຕົວແທນຈາກບ້ານຈອມເພັດ ໄດ້ຮັບເງິນລາງວັນ 3 ແສນກີບ ແລະ ທີ 3 ໄດ້ແກ່ຕົວແທນບ້ານເມືອງໝໍ ໄດ້ຮັບ 2 ແສນກີບ. ສ່ວນການປະກວດອາຫານພື້ນບ້ານ ທີ 1 ໄດ້ແກ່ບ້ານເມືອງເກົ່າ ໄດ້ຮັບເງິນລາງວັນ 1 ລ້ານກີບ, ທີ 2 ບ້ານເມືອງໝໍ ໄດ້ຮັບ 7 ແສນກີບ ແລະ ທີ 3 ກຸ່ມວັດທະນະທໍາ-ສັງຄົມ ໄດ້ຮັບ 5 ແສນກີບ.
ຂ່າວ: ແກ່ນທ້າວ.







