ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບກອງປະຊຸມອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ຂຶ້ນໃນວັນທີ 6 ມີນາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ນາຍບ້ານເທດສະບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສິງຄໍາ ຈັນທິຮັກ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນ ການນຳພາກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງແກ່ນທ້າວ ຄັ້ງທີ VIII, ຕິດພັນກັບກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພາຍຫຼັງທີ່ສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງ ໃນວັນທີ 13 ພະຈິກ 2024, ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງເມືອງ ໃນວັນທີ 19 ພະຈິກ 2024, ກອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າເມືອງ ໃນວັນທີ 6 ທັນວາ 2024 ແລະ ກອງປະຊຸມໃຫຍ່ຜູ້ແທນກຳມະບານເມືອງ ໃນວັນທີ 12 ທັນວາ 2024 ຄະນະຮັບຜິດຊອບ ໄດ້ສະຫຼຸບຖອດຖອນບົດຮຽນການດຳເນີນກອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າ ແລະ ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນໄປແລ້ວ ໃນວັນທີ 17 ທັນວາ 2024. ຈາກນັ້ນ, ໄດ້ສືບຕໍ່ສ້າງແຜນເຄື່ອນໄຫວ, ຄົ້ນຄວ້າປຶກສາຫາລື ໃນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ພ້ອມທັງດຳເນີນການທາບທາມບຸກຄະລາກອນ ຮອບ 1,2,3; ດຳເນີນຊີວິດການເມືອງຂອງຄະນະບໍລິຫານງານພັກເມືອງທ້າຍສະໄໝ ໃນວັນທີ 25-27 ມັງກອນ 2025 ແລະ ດຳເນີນກອງປະຊຸມສະຫຼຸບຂະບວນການແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາຂອງເມືອງ ໃນວັນທີ 31 ມັງກອນ 2025. ຈາກນັ້ນ, ໄດ້ສຸມໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ໃນວັນທີ 10-11 ກຸມພາ 2025 ແລະ ກອງປະຊຸມໃຫຍຜູ້ແທນແນວລາວສ້າງຊາດເມືອງ ໃນວັນທີ 25 ກຸມພາ 2025. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າແຕ່ລະອານຸກຳມະການ ໄດ້ເອົາໃຈໃສ່ໃນການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຄັ້ງທີ VIII ດໍາເນີນໄປຕາມແຜນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ແຕ່ລະອະນຸກໍາມະການໄດ້ມີຄໍາເຫັນ ແລະ ຕອນທ້າຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ ຍັງໄດ້ສະແດງຄວາມຍ້ອງຊົມຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ເຮັດໃຫ້ກອງປະຊຸມ ໄດ້ດໍາເນີນໄປຕາມແຜນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ແກ່ນທ້າວ.





