ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ.

Apr 30, 2025

ແກ່ນທ້າວ ປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ.
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ ( 1 ພຶດສະພາ 1886-1 ພຶດສະພາ 2025 ) ຂຶ້ນ ໃນວັນທີ 30 ເມສາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບໍານານ, ຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ປະທານກໍາມະບານຮາກຖານ,​ ບໍລິສັດໂຮງຈັກ, ໂຮງງານ, ພະນັກງານ-ລັດຖະກອນ ແລະ ສະມາຊິກກໍາມະບານ, ກໍາມະກອນຢູ່ພາຍໃນເມືອງເຂົ້າຮ່ວມ 160 ກວ່າຄົນ.
ທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ວັນກໍາມະກອນສາກົນ ວັນ​ທີ 1 ພຶດສະພາ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກໍາມະກອນ, ສະພາບຈຸດພິເສດການຕໍ່ສູ້ ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ, ພາລະກໍາປະຫວັດສາດ ລັກສະນະດີເລີດ ຂອງຊົນຊັ້ນກໍາມະກອນສາກົນ ຕິດພັນກັບຊົນຊັ້ນກໍາມະກອນລາວ ກັບການປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດແຕ່ລະໄລຍະ, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ຂອງກໍາມະກອນລາວ, ຜູ້ອອກແຮງງານ ແລະ ສະພາບທີ່ພົ້ນເດັ່ນຂອງຂະບວນກໍາມະກອນສາກົນໃນການໂຄສະນາອົບຮົມ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາໃນຖັນແຖວກໍາມະກອນ ແລະ ຜູ້ອອກແຮງງານ.
ທັ້ງນີ້, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນກໍາມະກອນສາກົນ ຕິດພັນກັບການເຕີບໃຫຍ່ ຂະຫຍາຍຕົວ ຂອງຂະບວນກໍາມະກອນລາວ, ປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວໃຫ້ມີຄວາມບຸກບືນ, ຫ້າວຫັນປະຕິບັດລະບຽບໃນການອອກແຮງງານ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານ ແລະ ເພື່ອເປັນການປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວິຊາສະເພາະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ຕິດພັບກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
ຂ່າວ: ແກ່ນທ້າວ.