ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ ( 8 ມີນາ 1910-8 ມີນາ 2025) ຂຶ້ນ ໃນວັນທີ 20 ມີນາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບໍານານ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານຮາກຖານແມ່ຍິງ, ຫົວໜ້າໜ່ວຍສະຫະພັນແມ່ຍິງ, ສະມາຊິກແມ່ຍິງສຳນັກງານ-ອົງການອ້ອມຂ້າງເມືອງ, ນັກທຸລະກິດຜູ້ປະກອບການ, ນາຍບ້ານ ພ້ອມດ້ວຍການຈັດຕັ້ງບ້ານ ແລະ ຄະນະສະຫະພັນແມ່ຍິງບ້ານ ພາຍໃນເທດສະບານເມືອງ 180 ກວ່າຄົນ, ຍິງ 80 ກວ່າຄົນ.
ສະຫາຍ ຄຳປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ເຊິ່ງຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 70 ປີຜ່ານມາ ພັກເຮົາ ຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂ ໃໝ່ ພັກເຮົາໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດມີຜົນສຳເລັດເປັນກ້າວໆມາ. ເຮັດໃຫ້ປະເທດເຮົາ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ ດ້ວຍການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ສະຫາຍເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ເລົ່າປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ແລະ ຄວາມເປັນມາ ຂອງວັນນ້ຳໂລກ ຕື່ມອີກ.
ພິທີ ປາຖະກະຖາ ຄັ້ງນີ້, ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ, ໂຄສະນາ ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອການນໍາພາຂອງພັກເຮົາ, ສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທຳ, ສົ່ງເສີມ ດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ອາດເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ແລະ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈຕໍ່ການກຳເນີດເກີດຂຶ້ນ ຂອງວັນແມ່ຍິງສາກົນ ຄົບຮອບ 115 ປີ ໃນໄລຍະຜ່ານມາ ແລະ ຄວາມສຳຄັນ ຂອງນ້ຳ ທີ່ເປັນອົງປະກອບພື້ນຖານທີ່ຂາດບໍ່ໄດ້ ຂອງສິ່ງທີ່ມີຊີວິດໃນໂລກ ແລະ ເປັນການປູກຈິດສຳນຶກ ໃຫ້ຮູ້ຈັກ ຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນນ້ຳ.
ຂ່າວ: ແກ່ນທ້າວ.




