ແກ່ນທ້າວ ປຶກສາຫາລືກະກຽມຄວາມພ້ອມເປັນພາບຈັດການແຂ່ງຂັນກິລາ 4 ເມືອງໃຕ້.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ປຶກສາຫາລືກະກຽມຄວາມພ້ອມ ເປັນເຈົ້າພາບຈັດການແຂ່ງຂັນກິລາ 4 ເມືອງໃຕ້ ຂຶ້ນໃນວັນທີ 13 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງແກ່ນທ້າວ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານ ແລະ ນາຍບ້ານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 180 ລົງວັນທີ12 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມຈັດການແຂ່ງຂັນກິລາ 4 ເມືອງໃຕ້ ທີ່ເມືອງແກ່ນທ້າວເປັນເຈົ້າພາບ. ຈາກນັ້ນ, ໄດ້ ປຶກສາຫາລື ແລະ ເຫັນດີເປັນເອກະພາບກັນ ໃຫ້ປັບປຸງມະຕິຕົກລົງຂອງຄະນະປະຈໍາພັກເມືອງ ເປັນຂໍ້ຕົກລົງຂອງເຈົ້າເມືອງ, ສໍາລັບສະຖານທີ່ກິນຢູ່ພັກເຊົາ ຂອງຄະນະນັກກິລາ 3 ເມືອງ ແມ່ນມອບໃຫ້ບ້ານທ້າວແກ່ນ ແລະ ບ້ານພວນ ຮັບຜິດຊອບຄະນະນັກກິລາເມືອງປາກລາຍ, ມອບໃຫ້ບ້ານຈອມແກ້ວ ຮັບຜິດຊອບ ຄະນະນັກກິລາເມືອງທົ່ງມີໄຊ, ບ້ານເມືອງເກົ່າ ແລະ ບ້ານຈອມເພັດ ຮັບຜິດຊອບ ຄະນະນັກກິລາເມືອງບໍ່ແຕນ, ມອບໃຫ້ຫ້ອງວ່າການເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ປະສານກັບຫ້ອງວ່າການແຂວງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ດ້ານກໍານົດເວລາ, ໃຫ້ແຕ່ລະອະນຸກໍາມະການນໍາເອົາເນື້ອໃນຈິດໃຈກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ແລະ ກໍານົດວຽກລະອຽດໃນອະນຸກໍາມະການຂອງຕົນ ເຮັດໃຫ້ງານອອກມາດີ, ມີບັນຍາກາດ ແລະ ມີຄວາມປອດໄພ, ມອບໃຫ້ອະນຸກໍາມະການຈັດການແຂ່ງຂັນ ກະກຽມຄະນະກໍາມະການ, ຄັດເລືອກນັກກິລາ, ຄູຝຶກກິລາແຕ່ລະປະເພດ ພ້ອມທັງຝຶກຊ້ອມໃຫ້ມີຄວາມພ້ອມ ແລະ ໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຂ່າວ: ແກ່ນທ້າວ.



