ກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ແຕ່ປີ 2020-2024 ແລະ ທິດທາງແຜນການ ປີ 2025-2029 ໄດ້ຈັດຂຶ້ນໃນວັນທີ 31 ມັງກອນນີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກ ປະທານອົງການກວດກາລັດແຂວງ, ທ່ານ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງແກ່ນທ້າວ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ເປັນການຕີລາຄາຄວາມສາມາດ ແລະ ປະສິດທິພາບຕົວຈິງຂອງຄະນະບໍລິຫານງານພັກເມືອງ ໃນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບົນພື້ນຖານ ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ, ທັງເປັນເຈົ້າການຕີລາຄາເຖິງໝາກຜົນຕົວຈິງ ການປະດິດສ້າງ ໃນການຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃຫຍ່ ຂັ້ນຂອງຕົນ ໄດ້ກາຍມາເປັນຜົນສໍາເລັດ ຂອງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຊຶ່ງເນື້ອໃນໃຈກາງແມ່ນປິ່ນອ້ອມ ບັນຫາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກ, ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ.
ທ່ານ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2020-2024 ແລະ ທິດທາງແຜນການ ປີ 2025-2029 ຕໍ່ກອງປະຊຸມວ່າ: ທົ່ວເມືອງປະກອບມີ 47 ບ້ານ, ມີບ້ານເທດສະບານ 9 ບ້ານ, ບ້ານທີ່ຢູ່ນອກເທດສະບານ 38 ບ້ານ, ມີ 9,400 ກວ່າຫຼັງຄາເຮືອນ, ມີ 8,600 ກວ່າຄອບຄົວ, ມີພົນລະເມືອງທັງໝົດ 43,580 ກວ່າຄົນ ຍິງ 2,270 ຄົນ, ອາຊີບສ່ວນໃຫຍ່ ຂອງປະຊາຊົນແມ່ນການປູກພືດ-ລ້ຽງສັດ, ເຮັດການບໍລິການ ແລະ ຄ້າຂາຍຈໍານວນໜຶ່ງ, ມີກົງຈັກການຈັດຕັ້ງ ເຂົ້າຮ່ວມຂະບວນການແຂ່ງຂັນ ຍ້ອງຍໍ ຮັກຊາດ ແລະ ພັດທະນາ 22 ຫ້ອງການ, 1 ອົງການ, 2 ກົມກອງ ແລະ 4 ລັດວິສະຫະກິດ (ຂຶ້ນກັບ) ມີຜູ້ເຂົ້າຮ່ວມແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ ທັງໝົດ 967 ທ່ານ ຍິງ 343 ທ່ານ.
ຜ່ານການຈັດຕັ້ງປະຕິບັດວຽກງານຂະບວນການຮັກຊາດ ແລະ ພັດທະນາ ໃນຂະບວນການຕົວຈິງ ສາມາດຄັດເລືອກການຍ້ອງຍໍປະເພດຕ່າງໆ ທີ່ຈະສະເໜີຕໍ່ຂັ້ນເທິງ ພິຈາລະນາ ມີຫຼຽນໄຊແຮງງານ ຊັ້ນ I ຈໍານວນ 5 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 16 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 26 ທ່ານ, ຫຼຽນກາແຮງງານ ຈໍານວນ 43 ທ່ານ, 4 ກົມກອງ, 4 ບ້ານ, ໃບຍ້ອງຍໍລະດັບຊາດ ຈໍານວນ 122 ທ່ານ, 7 ກົມກອງ, 13 ບ້ານ, ຊົມເຊີຍລະດັບຊາດ ຈໍານວນ 130 ທ່ານ, ໃບຍ້ອງຍໍຂອງເຈົ້າແຂວງ ຈໍານວນ 134 ທ່ານ, 28 ກົມກອງ, ໃບຊົມເຊີຍຂອງເຈົ້າແຂວງ ຈໍານວນ 36 ທ່ານ ແລະ ໃບຍ້ອງຍໍເຈົ້າເມືອງ ຈຳນວນ 434 ທ່ານ, 60 ກົມກອງ ແລະ 24 ບ້ານ.
ໃນກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຂອງຕົວແບບການນໍາພາປູກໄມ້ອຸດສາຫະກໍາໃຫ້ຫຼາຍກາຍເປັນສິນຄ້າ, ການສ້າງເສດຖະກິດຄອບຄົວ ດ້ວຍການສົ່ງເສີມການຜະລິດ ຕິດພັນກັບການເກັບຊື້ ແລະ ສົ່ງອອກຜົນຜະລິດກະສິກໍາ (ສາລີ ແລະ ມັນຕົ້ນ), ຕົວແບບການສ້າງເສດຖະກິດຄອບຄົວນອກໂມງການ ຈາກການເພາະພັນລູກໝູຂາຍເປັນສິນຄ້າ ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງ, ບ້ານ ແລະ ບຸກຄົນດີເດັ່ນ, ມອບຂອງຂວັນໃຫ້ຕົວແບບ ແລະ ບ້ານດີເດັ່ນ ໃນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ. ຈາກນັ້ນ, ໄດ້ຜ່ານຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງເມືອງ ປີ 2025-2029 ພ້ອມທັງໄດ້ຈັບມືແຂ່ງຂັນ.
ຂ່າວ: ແກ່ນທ້າວ


See insights
Boost a post
Like
Comment
Send
Share


