ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ.

Jul 11, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດ ພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ແລະ ວັນກິລາ-ກາຍຍະກໍາ ແຫ່ງຊາດ ຂຶ້ນໃນວັນທີ 11 ກໍລະກົດ 2025 ນີ້, ຢູ່ທີ່ອ່າງນໍ້າຕໍາ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດຜູ້ປະກອບການ ແລະ ອົງການປົກຄອງບ້ານເທດສະການເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ: ປີ 2025 ເມືອງແກ່ນທ້າວ ມີແຜນປ່ອຍປາ 9,000,000 ໂຕ. ໃນນີ້, ປ່ອຍໃນມື້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ຢູ່ອ່າງນໍ້າຕໍາ 86,000 ກວ່າໂຕ ແລະ ສົ່ງເສີມບຸກຄົນ, ນິຕິບຸກຄົນ ປ່ອຍຢູ່ຕາມໜອງລ້ຽງ ແລະ ຕາມບ່ອນທີ່ມີເງື່ອນໄຂ ໃຫ້ໄດ້ 8,900,000 ກວ່າໂຕ. ມາຮອດປັດຈຸບັນພາຍໃນເມືອງ ປ່ອຍປາແລ້ວ 500,000 ກວ່າໂຕ ທຽບໃສ່ແຜນການ ປະຕິບັດໄດ້ 61,12 ສ່ວນຮ້ອຍ. ຈາກນັ້ນ, ທ່ານ ສີຄານ ແກ່ນມະນີ ຮັກສາການເຈົ້າເມືອງແກ່ນທ້າວ ໄດ້ມີຄໍາເຫັນຕໍ່ພິທີ ວ່າ: ພັກ-ລັດຖະບານ ໄດ້ມີແນວທາງນະໂຍບາຍ ໂດຍການອອກກົດໝາຍ ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບວຽກງານປ່ອຍປາ ແລະ ສັດນ້ຳ ເພື່ອສົ່ງເສີມການລ້ຽງ, ການຂະຫຍາຍພັນ, ການຮັກສາ ໂດຍບໍ່ໃຫ້ມີຜົນກະທົບຕໍ່ທຳມະຊາດ, ຈຳກັດການຫຼຸດລົງ ແລະ ການສູນພັນຂອງສັດນ້ຳ ພ້ອມທັງປຸກລະດົມທົ່ວປວງຊົນໃຫ້ເຫັນໄດ້ຄວາມສຳຄັນ, ເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ, ອານຸລັກປົກປັກຮັກສາ ສັດນ້ຳແບບຍືນຍົງ. ທ່ານຮັກສາການເຈົ້າເມືອງແກ່ນທ້າວ ຍັງໄດ້ຮຽກຮ້ອງມາໃຫ້ບັນດາການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ນັບທັງພາກລັດ ແລະ ພາກເອກະຊົນ ຍົກສູງນ້ຳໃຈຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ໜ້າທີ່ວຽກງານນີ້ກາຍເປັນຂອງຄອບຄົວ, ເຮັດໃຫ້ໃນນ້ຳມີປາ ໃນນາມີເຂົ້າ ຢູ່ຄູ່ຊາວເມືອງແກ່ນທ້າວ ຕະຫຼອດໄປ ພ້ອມດຽວກັນ ກໍຕ້ອງເອົາໃຈໃສ່ໃນການຄຸ້ມຄອງບໍ່ໃຫ້ຖືກທຳລາຍ, ພ້ອມກັນປະຕິບັດແຜນການປ່ອຍປາ, ອານຸລັກສັດນ້ຳ ໃນປີນີ້ ໃຫ້ໄດ້ຮັບໝາກຜົນ ແລະ ບັນລຸໄດ້ຕາມແຜນການທີ່ວາງໄວ້.
ທ່ານ ສີຄານ ແກ່ນມະນີ ຍັງໄດ້ກ່າວ ຕື່ມວ່າ: ກິລາ-ກາຍຍະກໍາ ແມ່ນວຽກງານໜຶ່ງທີ່ສໍາຄັນ, ມີຜົນປະໂຫຍດຕໍ່ຊີວິດ ແລະ ຄຸນຄ່າທາງດ້ານຈິດໃຈ, ສຸຂະພາບພາລະນາໄມ, ຄວາມຮູ້, ຄວາມສາມາດ, ຄວາມສໍາພັນລະຫວ່າງຄົນກັບຄົນ, ເຮັດໃຫ້ຮ່າງກາຍຂອງຄົນເຮົາແຂງແຮງ, ມີຈິດໃຈເບີກບານມ່ວນຊື່ນ, ສະໝອງໄດ້ຮັບການພັດທະນາ, ມີຄວາມຊໍານິຊໍານານ, ມີປະສົບການທາງດ້ານເຕັກນິກຍຸດທະວິທີ ແລະ ຊ່ວຍແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນທົ່ວສັງຄົມ. ວຽກງານກິລາ-ກາຍຍະກໍາລາວ ໄລຍະທີ່ມີພັກນຳພາ, ເຖິງແມ່ນວ່າຈະຢູ່ໃນລະຫວ່າງສົງຄາມທີ່ດຸເດືອດ ກໍຄືຍາມປະເທດຊາດມີສັນຕິພາບ, ການກິລາ-ກາຍະກຳ ກໍມີການເຄື່ອນໄຫວໄປຕາມຈັງຫວະ ແລະ ກະແສຄື້ນຂອງຂະບວນການຕໍ່ສູ້ ເພື່ອສັນຕິພາບ, ອິດສະລະພາບ ແລະ ນ້ຳໃຈສາກົນກຳມະຊີບ, ເຖິງຈະບໍ່ເປັນອົງການຈັດຕັ້ງທີ່ຖາວອນແຕ່ບັນດາທ່ານທີ່ຮັກຫອມການກິລາເຊັ່ນ: ອາດີດປະທານ ສຸພານຸວົງ, ອາດີດປະທານ ໄກສອນ ພົມວິຫານ ລວມທັງຜູ້ນຳພັກ-ລັດ ທ່ານອື່ນໆ ກໍໄດ້ລົງສະໜາມແຂ່ງຂັນກິລາປະເພດຕ່າງໆ ເພື່ອຄວາມສາມັກຄີມິດຕະພາບກັບໝູ່ຄະນະໃນກົມກອງທະຫານທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຂ່າວ: ແກ່ນທ້າວ.