ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊຶມ ມະຕິ ສະບັບເລກທີ 03/ຄບສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂຶ້ນໃນວັນທີ 9 ເມສາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫ້ອງການ, ກົມກອງ, ອົງການຈັດຕັ້ງ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ໄດ້ເຜີຍແຜ່ ມະຕິ ສະບັບເລກທີ 03/ຄບສພ, ລົງວັນທີ12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ເຊິ່ງມະຕິດັ່ງກ່າວ ເປັນການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອໍານາດລັດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ, ກໍານົດສາຍໄຍການຈັດຕັ້ງພັກ ທີ່ຈະແຈ້ງ ແລະ ຮັດກຸມ, ເຮັດໃຫ້ຂະໜາດກົງຈັກບໍ່ໃຫຍ່ໂຕ, ຫັນເປັນທັນສະໄໝ ເພື່ອຍົງສູງປະສິດທິຜົນວຽກງານ, ເຮັດໃຫ້ຖັນແຖວພະນັກງານ ມີຈໍານວນໜ້ອຍລົງ ແຕ່ຄຸນນະພາບວຽກເພີ່ມຂຶ້ນ, ປະຢັດໄດ້ການໃຊ້ຈ່າຍງົບປະມານ ແລະ ດຸ່ນດ່ຽງງົບປະມານ ເຂົ້າສູ່ການພັດທະນາ, ລຶບລ້າງຄວາມທຸກຍາກໃຫ້ຫຼາຍຂຶ້ນ ແລະ ອື່ນໆ. ເພື່ອຮັບປະກັນໃຫ້ກົງຈັກການຈັດຕັ້ງ ກະທັດຮັດ, ມີປະສິທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຍົກສູງປະສິດທິພາບ ຂອງການນໍາພາຊີ້ນໍາ ແລະ ຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມໃນເງື່ອນໄຂໃໝ່, ເພີ່ມຄວາມເຂັ້ມງວດ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ໃຫ້ສູງຂຶ້ນ ຕາມທິດຫັນປ່ຽນໄປສູ່ປະສິດທິພາບ ແລະ ສະມັດຕະພາບ ຂອງການບໍລິຫານ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປັບປຸງການຈັດຕັ້ງ, ຫຼຸດຜ່ອນຂອດ-ຂັ້ນ, ເອົາວຽກທີ່ຄ້າຍຄືກັນໂຮມເຂົ້າກັນ, ບໍ່ໃຫ້ຊໍ້າຊ້ອນ-ກ້າວກ່າຍກັນ ເຮັດໃຫ້ການນໍານພາຊີ້ນໍາ, ການບໍລິຫານ-ຄຸ້ມຄອງ ມີປະສິດທິພາບສູງ ແລະ ວ່ອງໄວ້ກວ່າເກົ່າ, ນໍາໃຊ້ງົບປະມານໃຫ້ມີປະສິດທິຜົນກວ່າເກົ່າ, ສ້າງເງື່ອນໄຂຄວາມສາມາດໃນການຍົກລະດັບເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ຂອງພະນັກງານ-ລັດຖະກອນ ໃຫ້ສົມເຫດສົມຜົນ ແລະ ກ້າວສູ່ຄວາມສາມາດປະຕິຮູບລະບອບເງິນເດືອນຢູ່ປະເທດເຮົາ ໃນຕໍ່ໜ້າໃຫ້ເປັນຮູບປະທໍາ.
ສະຫາຍປະທານຄະນະກວດກາພັກແຂວງ ຍັງໄດ້ມີຄໍາເຫັນໃຫ້ສືບຕໍ່ເອົາໃຈໃສ່ຮັກສາຄວາມສາມັກຄີ, ເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຂັ້ມງວດໃນການປະຕິບັດກົດໝາຍ, ເອົາໃຈໃສ່ ຊີ້ນໍາຜູ້ເຮັດວຽກກວດກາພັກ ໃຫ້ເຮັດວຽກເປັນປົກກະຕິ ແລະ ໃຫ້ເອົາໃຈໃສ່ປ້ອງກັນເວນຍາມ ໃນໄລຍະບຸນປີໃໝ່ລາວ ເຮັດໃຫ້ພາຍໃນເມືອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.
ຂ່າວ: ແກ່ນທ້າວ.





