ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເປີດຂະບວນການອະນາໄມ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ຂຶ້ນໃນວັນທີ 22 ພຶດສະພາ 2025 ນີ້, ຢູ່ທີ່ຫໍປະຊຸມບ້ານນາບອນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ດຣ ສໍລະພົງ ຈັນໂທ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ທະວິນ ພິມແກ້ວ ນາຍບ້ານໆນາບອນ, ມີຄະນະກໍາມະການຮັກສຸຂະພາບຂັ້ນເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ດຣ ສໍລະພົງ ຈັນໂທ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ຄວບຄຸມພະຍາດລະບາດ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025. ຈາກນັ້ນ, ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ ໄດ້ມີຄໍາເຫັນ ແລະ ກ່າວເປີດຂະບວນການອະນາໄມ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ພະຍາດລະບາດຕາມລະດູການ ເປັນພະຍາດທີ່ອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ແລະ ຊີວິດຂອງຄົນເຮົາຫຼາຍພໍສົມຄວນ. ການເປີດຂະບວນການອະນາໄມ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ຄັ້ງນີ້ແມ່ນມີຄວາມໜາຍຄວາມສຳຄັນຢ່າງຍິ່ງຕໍ່ກັບການເຮັດສຸຂະອະນາໄມ, ການສົ່ງເສີມຮັກສາສຸຂະພາບ, ຂອງປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງ. ພ້ອມກັນນັ້ນ, ບັນດາຄະະນະກຳມະການຮັກສາສຸຂະພາບຂັ້ນເມືອງ, ນາຍບ້ານ, ພໍ່ແມ່ປະຊົນພາຍໃນບ້ານ ຈະໄດ້ສຸມໃສ່ພ້ອມກັນອະນາໄມລວມຂອບເຂດຄວາມຮັບຜິດຊອບຂອງຕົນ.
ທ່ານຮອງເຈົ້າເມືອງແກ່ນທ້າວ ຍັງໄດ້ຮຽກຮ້ອງ ມາຍັງບັນດາຄະນະກໍາມະການຮັກສາສຸຂະພາບຂັ້ນເມືອງ, ນາຍບ້ານ, ພໍ່ແມ່ປະຊາຊົນ ຈົ່ງສຸມສະຕິປັນຍາ ແລະ ເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການຕ້ານພະຍາດໄຂ້ເລືອດອອກ ດ້ວຍການປະຕິບັດ 5 ປໍ.
ຂ່າວ: ແກ່ນທ້າວ








