ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ຂຶ້ນໃນວັນທີ 20 ມັງກອນ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງແກ່ນທ້າວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 160 ກວ່າຄົນ.
ກ່ອນຈະເຂົ້າສູ່ພິທີ ທ່ານຄໍາປຸ່ນ ນວນສະບັບ ໄດ້ນໍາພາຄະນະ, ອົງການປົກຄອງເມືອງ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ສ້າງຕັ້ງ ແລະ ນໍາພາກອງທັບປະຊາຊົນລາວ, ທັງອຸທິດເຫື່ອແຮງ, ເລືອດເນື້ອ, ຊີວິດອິນຊີໃນການຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດອະທິປະໄຕ ມາສູ່ປວງຊົນລາວທັງຊາດ ໄດ້ຢ່າງສະຫງ່າງາມ
ໃນພິທີ, ທ່ານ ຄໍາປຸ່ນ ນວນສະບັບ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຊຶ່ງບາງຕອນທ່ານ ໄດ້ກ່າວວ່າ: ໃນຕອນເຊົ້າຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມເຂດລາວຮຸ່ງພຽງສາເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງລາດຊະວົງຂຶ້ນຢ່າງເປັນທາງການໂດຍແມ່ນທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ. ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເຖິງຂອງເລຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ ກໍໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາໂຮມເຂົ້າເປັນກອງທັບລາວອິດສະຫຼະ. ນັບແຕ່ນັ້ນມາວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ.
ຂ່າວ: ແກ່ນທ້າວ






