ພິທີ ໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025-2026 ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1 ກັນຍາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີຮອງປະທານຄະນະກໍາມະການປົກຄອງເມືອງ, ຫົວໜ້າ, ຮອງຫົວຫົວໜ້າຫ້ອງການ, ອົງການຈັດຕັ້ງ, ຜູ້ບໍລິຫານການສຶກສາ ແລະ ກິລາ, ຜູ້ອໍານວຍການ, ຮອງຜູ້ອໍານວຍການໂຮງຮຽນ, ນາຍບ້ານເທດສະບານ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຫຼວງຫຼາຍ.
ທ່ານ ບຸນທຽມ ບຸດສະບາເມືອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການໄຂສົກຮຽນໃໝ່ ວ່າ: ທົ່ວເມືອງມີໂຮງຮຽນທັງໝົດ 81 ແຫ່ງ ປະກອບມີ ໂຮງຮຽນອະນຸບານ 27 ແຫ່ງ (ໃນນີ້ມີໂຮງຮຽນເອກະຊົນ 2 ແຫ່ງ), ໂຮງຮຽນປະຖົມສຶກສາ 44 ແຫ່ງ (ໃນນີ້ມີໂຮງຮຽນປະຖົມເອກະຊົົນ 2 ແຫ່ງ), ໂຮງຮຽນມັດທະຍົມສຶກສາຕອນຕົ້ນມີ 4 ແຫ່ງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ 6 ແຫ່ງ, ມີອາຄານຮຽນ ທັງໝົດ 95 ຫຼັງ, ມີ 270 ຫ້ອງ.

ຕອນທ້າຍ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ມີຄໍາເຫັນ ແລະ ກ່າວໄຂສົກຮຽນໃໝ່ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ຄູ-ອາຈານສອນທຸກຄົນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ເພີ່ມທະວີຄວາມສາມັກຄີພາຍໃນ, ພາຍນອກໃຫ້ກວ້າງຂວາງ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນໃນຂະແໜງການສຶກສາ ແລະ ກິລາ, ນັກຮຽນ ຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນ ເພື່ອພັດທະນາ ຄວາມຮູ້-ຄວາມສາມາດ ແລະ ຮຽກຮ້ອງເຖິງອົງການຈັດຕັ້ງທຸກພາກສ່ວນ ທັງພາກລັດ-ເອກະຊົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອການສຶກສາ ແລະ ກິລາ ຢູ່ແຕ່ລະທ້ອງຖິ່ນຮັກສາມູນເຊື້ອອັນດີງາມ ຖືເອົາການສຶກສາ ແລະ ກິລາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ

ຂ່າວ: ແກ່ນທ້າວ.


