ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ລະດູການປູກພືດສໍາຮອງລະດູຝົນ ປີ 2025 ນີ້ ທົ່ວແຂວງຄໍາມ່ວນ ມີແຜນການປູກພືດລວມ ໃນເນື້ອທີ່ທັງໝົດ 13.795 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 226.681 ໂຕນ ໃນນີ້, ແຜນການປູກພືດເປັນສະບຽງອາຫານ 2.607 ເຮັກຕາ, ຄາດຄະເນຜົນຜະລິດ 28.839 ໂຕນ, ແຜນການປູກພືດເປັນສິນຄ້າ 11.188 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 197.842 ໂຕນ.
ປັດຈຸບັນການປູກພືດລວມ ສາມາດປະຕິບັດໄດ້ 1.176 ເຮັກຕາ ທຽບໃສ່ເນື້ອທີ່ແຜນການທັງໝົດປະຕິບັດໄດ້ 9% ໃນນັ້ນ, ການປູກພືດເປັນສະບຽງອາຫານ ປະຕິບັດໄດ້ 253 ເຮັກຕາ ທຽບໃສ່ແຜນການໄດ້ 10%, ການປູກພືດເປັນສິນຄ້າປະຕິບັດໄດ້ 923 ເຮັກຕາ ທຽບໃສ່ແຜນການໄດ້ 8%. ສໍາລັບເມືອງທີ່ມີເນື້ອທີ່ແຜນການປູກພືດສໍາຮອງລະດູຝົນ ຫລາຍກວ່າໝູ່ແມ່ນ ເມືອງໄຊບົວທອງ, ຄູນຄໍາ, ຍົມມະລາດ, ນາກາຍ ແລະ ເມືອງທ່າແຂກ.
ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໃຫ້ຮູ້ຕື່ມວ່າ: ໃນລະດູການຜະລິດພືດລະດູແລ້ງ ສົກປີ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກພືດລວມ 10.527 ເຮັກຕາ, ຄາດຄະເນຜົນຜະລິດ 56.914 ໂຕນ ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3.773 ເຮັກຕາ, ຄາດຄະເນຜົນຜະລິດ 19.906 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6.754 ເຮັກຕາ, ຄາດຄະເນຜົນຜະລິດ 37.008 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ແຜນການປູກພືດລວມປະຕິບັດໄດ້ 10.506 ເຮັກຕາ ເທົ່າກັບ 99,80% ຂອງເນື້ອທີ່ແຜນການທັງໝົດ ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ 3.683 ເຮັກຕາ ທຽບໃສ່ແຜນການຫລຸດ 90 ເຮັກຕາ ເທົ່າກັບ 97,61%, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ 6.823 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ລື່ນຄາດໝາຍ 69 ເຮັກຕາ ເທົ່າກັບ 101.02%. ປັດຈຸບັນສາມາດເກັບກ່ຽວຜົນຜະລິດ (ພືດລວມ) ໄດ້ 8.409 ເຮັກຕາ ເທົ່າກັບ 80,04% ໃນນັ້ນ, ພືດທີ່ເປັນສະບຽງອາຫານເກັບກູ້ໄດ້ 2.961 ເຮັກຕາ ເທົ່າກັບ 80,40%, ພືດທີ່ເປັນສິນຄ້າເກັບກູ້ໄດ້ 5.448 ເຮັກຕາ ເທົ່າກັບ 79,85%.
ຄາດວ່າການເກັບກ່ຽວຜົນຜະລິດພືດລະດູແລ້ງ ຈະໃຫ້ສໍາເລັດ 100% ໃນທ້າຍເດືອນພຶດສະພາ 2025 ນີ້, ສ່ວນເມືອງທີ່ມີເນື້ອທີ່ແຜນການປູກພືດລະດູແລ້ງຫລາຍກວ່າໝູ່ ແມ່ນເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ





