ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຄໍາມ່ວນ ຍັງເຫລືອບ້ານທຸກຍາກ 20% ແລະ ຄອບຄົວທຸກຍາກ ກວມ 19,26%

Jul 25, 2024

ໃນບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ທີ່ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນຂອງເຈົ້າ ແຂວງຄຳມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ II ວັນທີ 24 ກໍລະກົດ 2024 ໄດ້ຍົກໃຫ້ເຫັນວ່າ: ໄລຍະ 6 ເດືອນຕົ້ນປີ ເສດຖະກິດຂອງ ແຂວງຄຳມ່ວນ ສືບຕໍ່ຂະຫຍາຍຕົວໃນລະດັບ 4,52% (ສະພາຮັບຮອງໝົດປີໃຫ້ບັນລຸ 5,59%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 13.258 ຕື້ກີບ ເທົ່າກັບ 65% (ສະພາຮັບຮອງໝົດປີ ໃຫ້ບັນລຸ 20.426 ຕື້ກີບ), ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.374 ໂດລາ (ສະພາຮັບຮອງໝົດປີໃຫ້ບັນລຸ 2.286 ໂດລາ), ໄດ້ລະດົມແຫຼ່ງທຶນທົ່ວສັງຄົມກວມ 17% ຂອງ GDP ຫຼືເທົ່າ ກັບ 2.302 ຕື້ກີບ (ສະພາຮັບຮອງໝົດປີໃຫ້ໄດ້ 4.980 ຕື້ກີບ ຫຼືເທົ່າກັບ 24% ຂອງ GDP.
ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ມາຮອດປັດຈຸບັນ, ທົ່ວແຂວງ ມີເມືອງພົ້ນທຸກແລ້ວ 6 ເມືອງ, ບ້ານພົ້ນທຸກ 456 ບ້ານ, ກວມ 80% ຂອງຈຳນວນບ້ານໃນທົ່ວແຂວງ, ບ້ານທຸກຍາກຍັງເຫຼືອ 114 ບ້ານ, ກວມ 20%, ຄອບຄົວທຸກຍາກຍັງເຫຼືອ 16.042 ຄອບຄົວ, ກວມ 19,26%, ບ້ານພັດທະນາມີ 230 ບ້ານ, ກວມ 40,35%, ຄອບຄົວພົ້ນທຸກ 67.230 ຄອບຄົວ, ກວມ 80,73%, ຄອບຄົວພັດທະນາມີ 55.338 ຄອບຄົວ, ກວມ 66,45%, ໄດ້ນໍາໃຊ້ລະບົບໄຟຟ້າ 10 ເມືອງ ກວມ 100%, ບ້ານໄດ້ຊົມໃຊ້ໄຟຟ້າ 554 ບ້ານ ເທົ່າກັບ 97% ແລະ ຄອບຄົວຊົມໃຊ້ໄຟຟ້າ 83.066 ຄອບຄົວ ເທົ່າກັບ 94% ຂອງຈໍານວນຄອບຄົວທັງໝົດໃນທົ່ວແຂວງ.
อาจเป็นรูปภาพของ แท่นบรรยาย และ ข้อความ