ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຄໍາມ່ວນ ຍັງເຫຼືອບ້ານທຸກຍາກ 90 ບ້ານ ແລະ ຄອບຄົວທຸກຍາກຍັງເຫຼືອ 11,553 ຄອບຄົວ

Jan 14, 2025

ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ເປັນປະທານກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄຳມ່ວນ ຄັ້ງທີ 13 ສະໄຫມທີ X ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2025 ທີ່ຫ້ອງວ່າການປົກຄອງແຂວງ.
ກອງປະຊຸມ ໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ແຜນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 01 ປີຜ່ານມາ ແລະ ທິດທາງແຜນການປີ 2025 ເພື່ອພ້ອມກັນຕີລາຄາ ແລະ ເບິ່ງບັນຫາຢ່າງພາວະວິໄສ ແລະ ແທດເຖິງຕົວຈິງ ກ່ຽວກັບໝາກຜົນຂອງການຈັດຕັ້ງປະຕິບັດ ແລະ ຄົ້ນຄວ້າ, ວິເຄາະ, ວິໄຈບັນຫາຂໍ້ຄົງຄ້າງໃນດ້ານຕ່າງໆ.
ໃນໄລຍະ 1 ປີຜ່ານມາ ແຂວງຄໍາມ່ວນ ຍັງສາມາດຮັກສາໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ທົ່ວສັງຄົມຍັງມີຄວາມສະຫງົບ-ປອດໄພໂດຍພື້ນຖານ ແລະ ຍັງມີຄວາມເປັນລະບຽບຮຽບຮ້ອຍ, ດ້ານເສດຖະກິດມະຫາພາກ ອັດຕາຂະຫຍາຍຕົວເສດຖະກິດຂອງແຂວງ ປະຕິບັດໄດ້ 6.05%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24,452 ຕື້ກີບ ເທົ່າກັບ 119.71%, ລາຍຮັບສະເລ່ຍຕໍ່ຫົວຄົນ ເທົ່າກັບ 53 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 2,469 ໂດລາສະຫະລັດ, ລະດົມແຫຼ່ງທຶນເພື່ອການພັດທະນາ ປະຕິບັດໄດ້ 5,568.53 ຕື້ກີບ ເທົ່າກັບ 114.14%, ດ້ານລາຍຮັບງົບປະມານ ສາມາດເກັບລາຍຮັບໄດ້ທັງໝົດ 4,145.56 ຕື້ກີບ ເທົ່າກັບ 171,51%. ໃນນີ້ ລາຍຮັບສູນ ກາງປະຕິບັດໄດ້ 1,328.61 ຕື້ກີບ ເທົ່າກັບ 127.14%, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 2,816.95 ຕື້ກີບ ເທົ່າກັບ 205.31%,
ມາຮອດປະຈຸບັນ ແຂວງຄໍາມ່ວນ ມີເມືອງພົ້ນທຸກ 06 ເມືອງ, ບ້ານພົ້ນທຸກ 480 ບ້ານ ກວມ 84% ຂອງຈໍານວນບ້ານໃນທົ່ວແຂວງ, ບ້ານພັດທະນາ 266 ບ້ານ ກວມ 46%, ຄອບຄົວພົ້ນທຸກ 73,380 ຄອບຄົວ ກວມ 86% ຂອງຈໍານວນຄອບຄົວທັງໝົດ, ຄອບຄົວພັດທະນາ 61,549 ຄອບຄົວ ກວມ 72%, ປະຈຸບັນບ້ານພົ້ນທຸກຍັງເຫຼືອ 90 ບ້ານ ກວມ 15%, ຄອບຄົວທຸກຍາກຍັງເຫຼືອ 11,553 ຄອບຄົວ ກວມ 13% ຂອງຈໍານວນຄອບຄົວທັງໝົດ.
ທີ່ມາ: Khammouane News