ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຄໍາມ່ວນ ປັກດຳເຂົ້ານາປີໄດ້ແລ້ວ 54,907 ເຮັກຕາ

Jun 25, 2025

ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການທັງໝົດ 92,791 ເຮັກຕາ ຄາດຄະເນຜົນຜະລິດ 351,604 ໂຕນ ເມື່ອສົມທຽບໃສ່ປີຜ່ານມາເຫັນວ່າເນື້ອທີ່ແຜນການເພີ່ມຂຶ້ນ 1,519 ເຮັກຕາ. ສາເຫດທີ່ພາໃຫ້ເນື້ອທີ່ນາປີນີ້ເພີ້ມຂຶ້ນຍ້ອນວ່າຊາວນາແຕ່ລະເມືອງໄດ້ມີການບຸກເບີກເນື້ອທີ່ເພີ່ມຕື່ມ.
ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນສາມາດປູກເຂົ້າ ( ນາລວມ ) ໄດ້ 54,907 ເຮັກຕາ ຫຼື ເທົ່າກັບ 59.17 % ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນນາຫວ່ານປະຕິບັດໄດ້ 26,047 ເຮັກຕາ ເທົ່າກັບ 28.07 %, ນາດໍາປະຕິບັດໄດ້ 28,860 ເຮັກຕາ ເທົ່າກັບ 31.10 % .
ສ່ວນການຕົກກ້າມາຮອດປະຈຸບັນແມ່ນໝົດແນວເຂົ້າປູກໄປແລ້ວ 4,992 ໂຕນ ຫຼື ເທົ່າກັບ 89.67 % ຂອງແນວປູກທັງໝົດ.
ເມືອງທີ່ມີເນື້ອທີ່ແຜນການປູກເຂົ້ານາປີຫຼາຍແມ່ນເມືອງໜອງບົກ, ເມືອງທ່າແຂກ , ເມືອງມະຫາໄຊ , ເມືອງໄຊບົວທອງ , ເມືອງຫີນບູນ,ເມືອງຍົມມະລາດ ແລະ ເມືອງເຊບັ້ງໄຟຕາມລໍາດັບ.
ການປູກເຂົ້າຂອງຊາວນາໃນແຕ່ລະເຂດຂອງແຂວງຄໍາມ່ວນສ່ວນຫຼາຍແມ່ນສຸ່ມໃສ່ນາຫວ່ານເນື່ອງຈາກວ່າມີຂໍ້ດີຫຼາຍຢ່າງເປັນຕົ້ນແມ່ນປະຢັດແຮງງານ, ປະຢັດຕົ້ນທຶນການຜະລິດ ແລະ ປະຢັດເວລາ.
ສໍາລັບການປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 288 ເຮັກຕາ ມີ 2 ເມືອງຄື : ເມືອງບົວລະພາ 136 ເຮັກຕາ ແລະ ເມືອງນາກາຍ 152 ເຮັກຕາ .
ຂ່າວ : ແດງສະຫວັດ ແສນພານິດ