ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 27 ມັງກອນ 2023 ສະມາຄົມກາເຟລາວ ຮ່ວມກັບພະແນກການກ່ຽວຂ໊ອງ ໄດ້ຈັດພິທີຖະແຫຼງການກ່ຽວກັບງານບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2023 ທີ່ຈະໄດ້ຈັດຂື້ນໃນວັນທີ 2- 4 ກຸມພາ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ນາງ ບຸນເຮືອງ ແຄລໍ ລິດດັງ ປະທານສະມາຄົມກາເຟລາວ, ທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,ມີຄະນະບໍລິຫານງານ, ສະມາຊິກສະມາຄົມ,ສະພາການຄ້າ ແລະອຸດສາຫະກຳ ແຂວງ ສື່ມວນຊົນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ບຸນເຮືອງ ແຄລໍ ລິດດັງ ປະ ທານສະມາຄົມກາເຟລາວ ໄດ້ຖະແຫລງບາງຕອນສຳຄັນວ່າ:
ງານບຸນມະໂຫລານ​ກາເຟ​ – ຊາ ແລະ ຜົນຜະລິດກະສິກາ ປູພຽງບໍລະເວນ ປີ 2023 ທີ່ ເມືອງປາກຊ່ອງ ແຂວງຈໍາປາສັກ ໃນທັງວັນທີ 2 -​ 4 ກຸມພ 2023 ນີ້ ແລະ ໃນປີນີ້ ກໍແມ່ນການສະເຫຼີມສະຫຼອງ ຄົບ ຮອບ 29 ປີ ການສ້າງຕັ້ງສະມາຄົມກາເຟລາວ.​
ພູພຽງບໍລະເວນ ເປັນປັນແຜ່ນດິນຄໍາ ສົມຄໍາຊ່າລື, ມີສະພາບອາກາດເຢັນຕະ ຫຼອດປີ,​ ມີປະລິມານນໍ້າຝົນຫຼາຍ ແລະ ຝົນຕົກແກ່ຍາວເປັນເວລາຫຼາຍເດືອນ ກ່ວາຂົງເຂດອື່ນໆໃນທົ່ວປະເທດ, ເປັນພູພຽງທີ່ໃຫ້ກໍາເນີດແມ່ນ້ໍາຫຼາຍສາຍ​ ທັງຢູ່ເທິງໜ້າດິນ ແລະ ໃຕ້ດິນ. ອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະ ກິດ -​ ສັງຄົມຢ່າງຮອບດ້ານ. ພູພຽງບໍລະເວນ ເປັນພື້ນທີ່ເໝາະສົມແກ່ການປູກພືດຜັກ – ໝາກ ໄມ້ເມືອງໜາວໄດ້ຫຼາຍຊະ ນິດ ໂດຍສະເພາະແມ່ນເໝາະສົມແກ່ການປູກກາເຟ ທີ່ມີຄຸນນະພາບ,​ ມີລົດ ຊາດທີ່ເປັນເອກະລັກສະເພາະ ເຊິ່ງມີຊື່ສຽງທຽບເທົ່າກັບກາເຟຄຸນນະພາບ ຈາກປະເທດທີ່ຜະລິດກາເຟ​ ອັນດັບຕົ້ນໆຂອງໂລກ.​ ປະຈຸບັນ, ໃນເຂດພູພຽງບໍລະເວນ ເວົ້າລວມ,​ ເວົ້າສະເພາະແມ່ນເມືອງປາກຊ່ອງ ໄດ້ມີຜູ້ລົງທຶນ​ ທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນປູກ ແລະ ຊຸກຍູ້ສົ່ງເສີມປະຊາຊົນ​ ປປູກກາເຟ ເຂດພູພຽງບໍລະເວນນີ້ ມີເນື້ອທີ່ທັງໝົດ ປະມານ 80,000 ເຮັກຕາ. ໃນນັ້ນ, ເມືອງປາກຊ່ອງ ກວມເອົາເກືອບ 50.000 ເຮັກຕາ.​ ກາເຟ ແມ່ນສິນຄ້າຍຸດທະສາດຂອງລັດຖະບານ, ເປັນພື້ນຖານດຶງດູດ ເງິນຕາຕ່າງປະເທດ ເຂົ້າມາໝູນວຽນພາຍໃນ ໄດ້ຫຼາຍສິບລ້ານໂດລາສະຫະລັດ ໃນແຕ່ລະປີ, ສ້າງລາຍຮັບທີ່ໝັ້ນທ່ຽງ ໃຫ້ແກ່ປະຊາຊົນ.​ ໄດ້ສົ່ງອອກສິນຄ້າປະເພດ ກາເຟ​ ​ໄປຫຼາຍກ່ວາ 21 ປະເທດ, ລວມຍອດມູນຄ່າການສົ່ງອອກກາເຟເມັດ ຂຽວ ໃນປີຜ່ານມາ ໂດຍຜ່ານສະມາກົມກາເຟລາວ ມີຈໍານວນ 21.761,​91 ໂຕນ, ມີມູນຄ່າ​67.888.​779,83 ໂດລາສະຫາລັດ
ຈາກນັ້ນທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍໄດ້ມີຄຳເຫັນກ່ຽວກັບງານບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2023 ແລະ ຕອບຄຳຖາມຂອງສື່ມວນຊົນທີ່ມີຄວາມສົນໃຈຕື່ມອີກ.
ເກດສະໜາ
May be an image of 3 people, tree and outdoors
May be an image of outdoors