ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2025 ທີ່ກອງບັນຊາການ ປກສ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງຈໍາປາສັກ, ມີບັນດາທ່ານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ຂັ້ນເມືອງ ແລະ ນະຄອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມຮ່ວມ.
ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກໄດ້ໃຫ້ຮູ້ວ່າ: ບັນຫາການຄ້າມະນຸດເປັນອາຊະຍາກຳທີ່ຮ້າຍແຮງ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ. ເປັນອາຊະຍາກໍາທີ່ລະເມີດສິດທິພື້ນຖານຂອງຄວາມເປັນມະນຸດຢ່າງຮ້າຍແຮງ ເຊິ່ງສົ່ງຜົນກະທົບໂດຍກົງທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສັງຄົມ. ປັດຈຸບັນມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນທົ່ວໂລກຫລາຍກ່ວາ 40 ລ້ານຄົນ, ໃນນີ້ຜູ້ຍິງ ແລະ ເດັກນ້ອຍແມ່ນກວມເອົາ 71 %. ເຂດທີ່ມີຜູ້ຖືກເຄາະຮ້າຍຫລາຍທີ່ສຸດໃນໂລກ ແມ່ນເຂດພາກພື້ນອາຊີ ກວມເອົາ 65% ຂອງຈໍານວນຜູ້ຖືກເຄາະຮ້າຍທົ່ວໂລກ.
ສະເພາະ ສປປ ລາວ ໃນຊຸມປີຜ່ານມາ ການຄ້າມະນຸດ ທີ່ພົ້ນເດັ່ນແມ່ນຮູບແບບໄປອອກແຮງງານແບບຜິດກົດໝາຍ ແລະ ຂົນຂວາຍເອົາແມ່ຍິງລາວໄປແຕ່ງດອງກັບຄົນຕ່າງປະເທດ ດ້ວຍຮູບການໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ ແລະ ອື່ນໆ, ໃນປີ 2024 ບັນຫາ ການຄ້າມະນຸດ ທີ່ພົ້ນເດັ່ນ ແມ່ນການໃຫ້ຮັບຈ້າງຖືພາ, ເຜີຍແຜ່ພາບສິ່ງລາມົກອານາຈານ, ເຜີຍແຜ່ພາບສິ່ງລາມົກຜ່ານສື່ສັງຄົມອ່ອນລາຍ ແລະ ອື່ນໆ, ຕໍ່ກັບບັນຫາດັ່ງກ່າວນັ້ນ ເຮັດໃຫ້ແມ່ຍິງລາວຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈຳນວນຫຼາຍ, ແຕ່ໄລຍະຜ່ານມາບັນດາຂະແໜງການທີ່ຮັບຜິດ ຊອບວຽກງານຕ້ານການຄ້າມະນຸດ ນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ສຸມໃສ່ການໂຄສະນາປູກຈິດສໍານຶກໃຫ້ທົ່ວສັງຄົມໄປພ້ອມກັບການປັບປຸງບັນດານິຕິກຳ ແລະ ກົງຈັກການຈັດຕັ້ງເຮັດວຽກງານຕ້ານການຄ້າມະນຸດ ຢູ່ສູນກາງ ແລະ ທ້ອງຖິ່ນ ດຳເນີນຄະດີໄດ້ຫຼາຍສົມຄວນ, ສາມາດນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ ແຕ່ບັນຫາດັ່ງກ່າວກໍ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ.
ສຳລັບສະພາບການຄ້າມະນຸດຢູ່ ແຂວງຈຳປາສັກ ໃນ 01 ປີຜ່ານມາ ພົບເຫັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ດ້ວຍກໍລະນີຂູດຮີດແຮງງານ ແລະ ຂູດຮີດທາງເພດທີ່ເປັນແມ່ຍິງ, ມີອາຍຸຕໍ່າກວ່າ 18 ປີ, ນອກນັ້ນ ຍັງໄດ້ພົບເຫັນກຸ່ມສ່ຽງຈໍານວນໜຶ່ງໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍຖືກລ່ວງລະເມີດທາງເພດ, ຖືກຊັກຊວນ, ແນະນໍາຈາກບັນດາແຂວງພາກເໜືອ ແລະ ພາກກາງ ໃຫ້ມາຂາຍບໍລິການທາງເພດແບບແອບແຝງຢູ່ຕາມສະຖານທີ່ ທີ່ມີການລົງທຶນຂອງຕ່າງປະເທດ ແລະ ສະຖານທີ່ທ່ອງທ່ຽວຕ່າງໆຢູ່ພາຍໃນແຂວງ. ນອກນີ້ຍັງມີແຮງງານລາວຈໍານວນໜຶ່ງຖືກຂົນຂວາຍໄປອອກແຮງງານຢູ່ຕ່າງປະເທດແບບຜິດກົດໝາຍ ໂດຍບໍ່ຜ່ານພະແນກແຮງງານ ແລະ ສະຫັວດດີການສັງຄົມ. ສະພາບທັງໝົດນີ້, ເປັນປັດໃຈໜຶ່ງທີ່ເຮັດໃຫ້ໄວໜຸ່ມຕົກເປັນຫຍື່ອຂອງການຄ້າມະນຸດ.
ຂ່າວ-ພາບ : ເກດສະໜາ ແກ້ວສຸວັນນະແສງ







