ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈຳປາສັກ ຫາລືໂຄງການກໍ່ສ້າງຫໍປະດິດສະຖານ ສຽນພະພຸດທະຮູບ ທີ່ປະຊາຊົນຢິ່ປຸ່ນມອບໃຫ້

Oct 30, 2024

ວັນທີ​ 28​ ຕຸລາ​ 2024,​ ທີ່ເມືອງຈໍາປາສັກ, ພະແນກຖະແຫຼ່ງຂ່າວ,​ ວັດທະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືໂຄງການກໍ່ສ້າງຫໍປະດິດສະຖານ ສຽນພະພຸດທະຮູບ ທີ່ປະຊາຊົນຢິ່ປຸ່ນມອບໃຫ້ສະຖານບູຮານມໍລະດົກໂລກວັດພູຈຳປາສັກ, ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງຈໍາປາສັກ, ມີ ທ່ານ ສະຫວາດ ແກ້ວບັນດິດ ເມືອງຈຳປາສັກ, ທ່ານ ປອ ວັນນະໄຊ ຊາດຕະກູນ ຫົວໜ້າພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, Mr Sugihara ຜູ້ອຳນວຍການກົມສູນກິດຕິມະສັກນາໂກຍະ, ມີບັນດານຄະນະກຳມະການຈາກພະແນກອ້ອມຂ້າງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ທ່ານ ອຳພົນ ແສງພະຈັນ ຮອງຫົວໜ້າພະແນກ ຖວທ ແຂວງ ກໍ່ໄດ້ລາຍງານແຜນງານໂຄການກໍ່ສ້າງຫໍປະດິດສະຖານສຽນພະພຸດທະຮູບທີ່ປະຊາຊົນຢີ່ປຸ່ນ ມອບໃຫ້ສະຖານບູຮານມໍລະດົກໂລກວັດພູຈຳປາສັກ ແຕ່ວັນທີ 8 ກັນຍາ 2013 ເປັນຕົ້ນມາ. ສຽນພະພຸດທະຮູບທີ່ຍີ່ປຸ່ນ ມອບໃຫ້ນີ້ແມ່ນຍັງບໍ່ທັນມີຂໍ້ມູນຫຼັກຖານຊັດເຈນ ວ່າເປັນພະພຸດທະຮູບທີ່ມີຕົ້ນກຳເນີດມາຈາກໃສກັນແທ້ ແຕ່ສັນນິຖານວ່າອາດຈະມີຖິ່ນກຳເນີດຢູ່ໃນຂອບເຂດບໍລິເວນແຖບນີ້. ສຽນພະພຸດທະຮູບນີ້ແມ່ນມີຂະໜາດກວ້າງ 33 ຊັງຕີແມັດ, ຍາວ 40 ຊັງຕີແມັດ ສູງ 55 ຊັງຕີແມັດ. ປັດຈຸບັນແມ່ນຍັງເກັບຮັກສາໄວ້ທີ່ຫໍພິພິທະພັນວັດພູ, ດັ່ງນັ້ນ ທາງຄະນະນຳຂອງແຂວງ, ເມືອງ,ຊ່ຽວຊານຍີ່ປຸ່ນ ແລະ ວິຊາການຝ່າຍລາວ ຈິ່ງໄດ້ຄົ້ນຄວ້າປຶກສາຫາລືເພື່ອຊອກຈຸດກໍ່ສ້າງຫໍປະດິດສະຖານ ສຽນພະພຸຸດທະຮູບດັ່ງກ່າວໄວ້ທີ່ວັດທາດ ເມືອງຈຳປາສັກ ໃນຕໍ່ໜ້າເມື່ອການກໍ່ສ້າງສຳເລັດ
ຂ່າວ-ພາບ: ໄຊຍະສິດ ສີຫາວົງ ນັກຂ່າວເມືອງຈຳປາສັກ