ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈຳປາສັກ ເຜີຍແຜ່ນິຕິກຳຂອງສູນກາງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ

Apr 24, 2025

ວັນທີ 23 ເມສາ 2025 ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳຂອງສູນກາງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ,ໂດຍເປັນປະທານຂອງທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ, ມີບັນດາທ່ານຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາການນຳແຂວງ, ນະຄອນ, ເມືອງ, ພະແນກການການກົມກອງ, ຂະແໜງການ, ກອງວິຊາການ ອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ປອ ອາລຸນໄຊ ສູນທະລາດ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກກ່າວເປີດ ແລະ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ.
ຈາກນັ້ນ, ໃນກອງປະຊຸມ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກ ທີ 05/ສພຊ, ລົງວັນທີ 20 ມີນາ 2025 ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ, ທ່ານ ສະນັ່ນ ສີພາພົມມະຈັນ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ ຂັ້ນແຂວງ, ໄດ້ເຜີຍແຜ່ຄໍາແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 483/ຄລສພ, ລົງວັນທີ 04 ເມສາ 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ເຜີຍແຜ່ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 426/ຄຈສພ, ລົງວັນທີ 04 ເມສາ 2025 ເລື່ອງ: ການໂຈະການຄົ້ນຄວ້າຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕຳແໜ່ງບໍລິຫານ.
ສຳລັບມະຕິການປັບປຸງກົງຈັກການຈັດຕັ້ງມີດັ່ງນີ້:
1. ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ;
2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ,
3. ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້; ຊື່ໃໝ່ເອີ້ນ ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ,
4. ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານ ສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ແລະ ກະຊວງ-ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ;
5. ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ.
ຈຸດປະສົງກອງປະຊຸມການເຜີຍແຜ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານການນຳຫຼັກແຫຼ່ງເຊື່ອມຊຶມຮັບຮູ້ເຂົ້າໃຈ, ກຳແໜ້ນ ຕໍ່ມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ເປັນເອກກະພາບກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.
ຂ່າວ,ພາບ:ເກດສະໜາ ແກ້ວສູວັນນະແສງ