ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈູງຈອງນາມໂດ ມອບຄອມພິວເຕີ 33 ຊຸດ ໃຫ້ໂຮງຮຽນ ມສ ເຈົ້າອານຸວົງ .

Dec 21, 2024

ພິທີມອບເຄື່ອງຄອມພິວເຕີ ຈໍານວນ 33 ຊຸດ ໃຫ້ແກ່ໂຮງຮຽນ ມສ ເຈົ້າອານຸວົງ ຈັດຂຶ້ນໃນວັນທີ 20 ທັນວາ 2024 ຢູ່ໂຮງຮຽນດັ່ງກ່າວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນตรี ທ່ານນາງ ຊົນ ກົງຮີ ຫົວໜ້າພະແນກສຶກສາ ແຂວງຈູງຈອງນາມໂດ ສ ເກົາຫຼີ ທ່ານນາງ ແສ່ວທອງ ຄໍາຊົມພູ ອໍານວຍການໂຮງຮຽນ ມສ ເຈົ້າອານຸ ພ້ອມດ້ວຍອຳນາດການປົກຄອງບ້ານ ຄະນະພັດທະນາການສຶກສາຂັ້ນບ້ານ ຄະນະອໍານວຍການ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ທ່ານ ສົມຈິດ ທິບສະຫວັດ ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ເປັນກຽດທີ່ໄດ້ຕາງໜ້າໃຫ້ແກ່ຄະນະອໍານວຍການ ຄູ-ອາຈານ ແລະ ນ້ອງນັກຮຽນຂຶ້ນກ່າວຮັບຄອມພິວເຕີ ຈໍານວນ 33 ຊຸດ ພ້ອມຕິດຕັ້ງລວມມູນຄ່າ 143.472 ໂດລາສະຫະລັດ (ປະມານ 3,14 ຕື້ກີບ) ຈາກພະແນກສຶກສາ ແຂວງຈູງຈອງນາມໂດ ສ ເກົາຫຼີ ອີກເທື່ອໜື່ງຂໍຂອບໃຈການນໍາພັກ-ລັດ ທັງສອງປະເທດ ແລະ ການນໍາທຸກພາກສ່ວນ ເຫັນໄດ້ຄວາມສໍາຄັນຂອງວຽກງານການສຶກສາຢູ່ໃນ ສປປ ລາວ ເວົ້າລວມ ເວົ້າສະເພາະ ແມ່ນຢູ່ໂຮງຮຽນ ມສ ເຈົ້າອານຸວົງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະເອົາໃຈໃສ່ບຳລຸງຮັກສາ ແລະ ນໍາໃຊ້ຄອມພິວເຕີ ເຂົ້າໃນການຮຽນ- ການສອນ ເພື່ອໃຫ້ເກີດປະໂຫຍດສູງສຸດ ແລະ ນໍາໃຊ້ໄດ້ຢ່າງຍາວນານ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ໄດ້ຮັບຜົນດີ.
ທີ່ມາ: ວຽງຈັນໃໝ່/VientianeMai