ວັນທີ 25 ເມສາ 2025, ແຂວງຈໍາປາສັກ ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2025 ພາຍໃຕ້ຫົວຂໍ້” ຖະໜົນເພື່ອຊີວິດ, ຂັບລົດຊ້າ, ຊີວິດຍືນຍາວ ” ຫຼື ” Street for life, Drive slower, live longer “. ງານດັ່ງກ່າວຈັດຂຶ້ນຢູ່ເດີ່ນສະໜາມກິລາຂອງແຂວງ ຫຼັກ 2 ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ໂສມ ບຸດຕາກຸນ ຮອງເຈົ້າແຂວງຈຳປາສັກ ປະທານຄະນະກຳມະການດ້ານຄວາມປອດໄພທາງຫຼວງຂອງແຂວງ, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຮອງປະທານຄະນະກຳມະການດ້ານຄວາມປອດໄພທາງຫຼວງຂອງແຂວງ ງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ. ມີການນໍາກອງບັນຊາການ ປກສ ແຂວງ, ການນໍານະຄອນປາກເຊ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນຂອງແຂວງ, ການນໍາພະແນກ, ການນໍາຂະແໜງ ພາຍໃນພະແນກ ຍທຂ ແຂວງ, ຜູ້ປະກອບການ, ນັກຮຽນ – ນັກສຶກສາ ແລະ ປະຊາຊົນຊາວ ແຂວງຈໍາປາສັກ ເຂົ້າຮ່ວມ.
ໃນໂອກາດກ່າວເປີດງານ, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ ທັງເປັນຮອງປະທານຄະນະກຳມະການດ້ານຄວາມປອດໄພທາງຫຼວງຂອງແຂວງ ໄດ້ລາຍງານຄວາມເປັນມາຂອງງານສັບປະດາຄວາມປອດໄພທາງຫຼວງ ໂດຍອີງຕາມກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012 ມາດຕາ 78,ສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ກຳນົດເອົາສັບປະດາທໍາອິດ ຂອງເດືອນເມສາ ເປັນມື້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ.
ການຈັດງານຄັ້ງນີ້ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄືຄະນະພັກ - ອົງການປົກຄອງແຂວງຈໍາປາສັກ ຕໍ່ວຽກງານຄວາມປອດໄພທາງຫຼວງ ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ (ປີ 2005) ແນໃສ່ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກ ໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນ.
ຂ່າວ-ພາບ: ທູນທອງໃຈ








