ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈໍາປາສັກ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

Mar 21, 2025

ພິທີປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ທີ່ແຂວງຈໍາປາສັກ ມີຂຶ້ນໃນວັນທີ 21 ມີນາ 2025 ທີ່ສະໂມສອນຂອງແຂວງ ຫັຼກ4 ໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນຂອງທ່ານ ອາລຸນໄຊ ສູນນະລາດກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີການນໍາຂອງແຂວງ, ອະດີດພະນັກງານການນໍາອາວຸໂສບໍານານ, ມີພະແນກການຂອງແຂວງ, ກໍາລັງ ປກຊ-ປກສ, 9 ເມືອງ, ນະຄອນປາກເຊ ແລະ ສະຖາບັນການສຶກສາເຂົ້າຮ່ວມ.
ໃນພິທີທ່ານ ສະນັ່ນ ສີພາພົມມະຈັນ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ແຂວງຈໍາປາສັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນທັງໝົດ 2,349 ສະຫາຍ ຄື:
1. ສະມາຊິກພັກ ບຳບໍານານ ຈໍານວນ 1,121 ສະຫາຍ ຍິງ 188 ສະຫາຍ;
2. ສະມາຊິກພັກ ປະຈຳການ ຈໍານວນ 1,228 ສະຫາຍ ຍິງ 86 ສະຫາຍ.
ໂອກາດນີ້ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດກ່າວບົດສັນລະເສີນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍພັກປະຊາຊົນປະຕິວັດລາວ ແມ່ນກອງນໍາຫນ້າທີ່ມີການຈັດຕັ້ງ, ແມ່ນອົງການນໍາພາສູງສຸດຂອງຊົນຊັ້ນກໍາມະກອນ, ຊາວລາວຜູ້ອອກແຮງງານບັນດາເຜົ່າ. ນັບແຕ່ມື້ສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວພັກເຮົາໄດ້ນໍາພາຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ, ປັນຍາຊົນປະຕິວັດ ຜ່ານຜ່າແປວໄຟສົງຄາມ ອັນລະອິດລະອ້ຽວ ແລະ ສ່ຽງເປັນສ່ຽງຕາຍໃນທ່າມກາງການຮຸກຮານ ແລະ ກົດຂີ່ຂູດຮີດ ທີ່ໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ. ຊົນຊັ້ນກໍາມະກອນ ໄດ້ຜ່ານສິ່ງທົດສອບ, ຊຸບຫຼໍ່ໃນທ່າມກາງຄວາມຫຍຸ້ງຍາກແສນລໍາບາກ ແລະ ທຸລະກັນດານ, ຜ່ານພະຍຸລົມແດງ ຊຶ່ງມີທັງຄວາມໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ແສນສາຫັດ. ແຕ່ດ້ວຍມານະຈິດອົດທົນ, ຕໍ່ສູ້ບໍ່ຍອມຈໍານົນ, ການທຸ້ມເທທີ່ບໍ່ຮູ້ອິດເມື່ອຍ, ບໍ່ທໍ້ຖອຍ, ບໍ່ງໍ້ຫງ່ຽງ, ຊົນຊັ້ນກໍາມະກອນໄດ້ປະຕິບັດຫນ້າທີ່ ຄຽງບ່າ ຄຽງໄລ່ ກັບພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃຫມ່ ແລະ ລູກແຫຼ້ງຕີນມື, ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງໄຊຊະນະອັນຍິ່ງໃຫຍ່ດັງກ້ອງກັງວານໃນທົ່ວໂລກ, ສາມາດລຶບລ້າງລະບອບສັກດີນາ-ຂຸນເສິກ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ, ປະຊາຊົນລາວ ບັນດາເຜົ່າໄດ້ກາຍເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ, ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ; ປະເທດຊາດພວກເຮົາໄດ້ກ້າວສູ່ສັງກາດໃຫມ່, ສັງກາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ, ນໍາເອົາຄວາມຈະເລີນວັດທະນາ ແລະ ຄວາມຮັ່ງມີຜາສຸກມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ໃນໂອກາດທີ່ມີຄວາມຫມາຍສໍາຄັນຄື ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ. ຂ້າພະເຈົ້າມີຄວາມເຊື່ອຫມັ້ນຢ່າງຕາຍໃຈວ່າ: ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ຈະເຮັດໃຫ້ພາລະກໍາປະຫວັດສາດອັນໃຫ່ຍຫຼວງ, ຮອບດ້ານ, ຫນັກຫນ່ວງ ແລະ ຍາວນານ ຂອງພັກ ໄດ້ຮັບໄຊຊະນະຢ່າງສະຫງ່າງາມ.
– ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ຢ່າງສຸດໃຈ!
– ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຫມັ້ນຍືນ!!!
ຈາກນັ້ນ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດປະດັບຫຼຽນໄຊ ໃຫ້ກັບສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ໃນພິທີອັນມີຄວາມໝາຍສໍາຄັນຍັງໄດ້ຮັບຊົມການສະແດງສີລະປະ, ເບິ່ງການວາງສະແດງຮູບພາບ ແລະ ທ່ຽວຊົມຮ້ານວາງສະແດງສິນຄ້າອີກດ້ວຍ.
ຂ່າວ-ພາບ: ຈັນທະວີສັກ