ທ່ານ ປອ.ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກອຸດ ສາຫະກຳ ແລະ ການຄ້າແຂວງຈໍາປາສັກ ເປັນປະທານກອງປະຊຸມປືກສາຫາລືກ່ຽວກັບການເກັບຊື້ເສດໂລຫະ ຫຼື ອະໂລຫະ ພາຍໃນແຂວງ ກໍຄືພາຍໃນເທດບານນະຄອນປາກເຊ ແລະ ບັນດາເມືອງອ້ອມຂ້າງໃນວັນທີ 5 ກຸມພາ 2025
ກອງປະຊຸມໄດ້ຕົກລົງເປັນເອກະພາບກັນເຫັນດີໃນການຈັດຕັ້ງປະຕິບັດ ຕາມມະຕິຕົກລົງເລກທີ 01/ຄບພຂ.ຈສ, ລົງວັນທີ 8 ມັງກອນ 2025. ຂອງກອງປະຊຸມຄົບຄະນະ ຄັ້ງທີ 15 ຂອງຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII ເຊີ່ງລະບຸໄວ້ໃນຂໍ້ທີ 12 ແລະ ຂໍ້ 1 ວ່າດ້ວຍການດັດສົມຈຸດເກັບຊື້ເຫຼັກເສດ ພາຍໃນເມືອງ ແລະ ນະຄອນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ບົນພື້ນຖານໃຫ້ມີຄວາມສະຫງົບ; ເຫັນດີເຮັດແຈ້ງ ການຜັນຂະຫຍາຍ ມະຕິຕົກລົງຂອງກອງປະຊຸມຄົບຄະນະ ຄັ້ງທີ 15 ຂອງຄະນະບໍລິຫານງານພັກ ແຂວງຈຳປາສັກ ສະໄໝທີ VIII ເລກທີ 01/ຄບພຂ.ຈສ, ລົງວັນທີ 8 ມັງກອນ 2025; ເຫັນດີໃຫ້ຂະແໜງທະບຽນວິສາຫະກິດ ຂຶ້ນແຜ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດ.
ໃນນັ້ນ ໃຫ້ມີແຜນຄົນ, ແຜນງານ, ແຜນງົບ ປະມານ; ເຫັນດີ ໃຫ້ຄະນະກຳມະການລົງກວດກາຄືນ ໂດຍສົມທົບກັບພາກສ່ວນທີ່ກ້ຽວຂ້ອງ ຖ້າຫາກວ່າພົບເຫັນສິນຄ້າທີລັກລອບມາຂາຍ ແມ່ນໃຫ້ປະຕິບັດຕາມລະບຽບການທາງດ້ານກົດໝາຍ; ເຫັນດີບໍ່ໃຫ້ມີຈຸດເກັບຊື້ເຫຼັກເສດພາຍໃນເທດສະບານ ແລະ ຕາມເສັ້ນທາງຫຼວງທີ່ບໍ່ເໝາະສົມ. ພ້ອມດ່ຽວກັນນັ້ນໄດ້ແນະນຳໃຫ້ພາກສ່ວນທຸລະກິດຍົກຍ້າຍເຂົ້າໄປຢູ່ຂົງເຂດອຸດສາຫະກຳເມືອງຂອງຕົ້ນ.
Cr: ທູນທອງໃຈ





