ວັນທີ 29 ຕຸລາ 2024, ຂະແໜງຄຸ້ມຄອງຊັບສິນແຫ່ງລັດ ພະແນກການເງິນແຂວງຈໍາປາສັກ ໄດ້ຈັດພິທີ ຈັດຕັ້ງປະຕິບັດ ການສະສາງລົດຂອງລັດ ໃຫ້ພະນັກງານບໍານານ ທີ່ໄດ້ນໍາເອົາລົດຂອງລັດໄປນໍາໃຊ້ ໃນຊຸດທີ 1 ຈໍານວນ 7 ຄັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນໂຮມ ແກ້ວລິສັກ ຮອງຫົວໜ້າພະ ແນກການເງິນແຂວງ ຄະນະຊີນໍາການສະສາງຈັດສັນດຸ່ນດ່ຽງລົດຂອງລັດແຂວງຈໍາປາສັກ.
ການສະສາງລົດຂອງລັດຄັ້ງນີ້ ແມ່ນອີງຕາມຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ວ່າດ້ວຍການສະສາງລົດຂອງລັດ. ໂອກາດນີ້ ທ່ານ ບຸນໂຮມ ແກ້ວລິສັກ ຮອງຫົວໜ້າພະແນກການເງີນແຂວງ ໄດ້ຜ່ານຂໍ້ຕົກລົງ ທີ່ກ່ຽວຂອງກັບການສະສາງລົດຂອງລັດ. ຈາກນັ້ນ, ຄະນະຮັບຜິດຊອບ ກໍໄດ້ກວດກາລົດຕົວຈິງ ແລະ ປົດທະບຽບລົດລັດອອກ, ຕີລາຄາມູນຄ່າທີ່ຍັງເຫຼືອ ເພື່ອປະກອບເອກກະສານສັນຍາຊື້ – ຂາຍ ແລະ ຈົດທະບຽນມອບເງີນເຂົ້າງົບປະມານ ແລະ ລົບລ້າງອອກຈາກບັນຊີຊັບສົມບັດຂອງລັດ, ປຽນປ້າຍທະບຽນເປັນຂອງບຸກຄົນຕາມລະບຽບຫຼັກການ.
ການຈັດຕັ້ງປະຕິບັດວຽກງານສະສາງລົດຂອງລັດ ຍັງຈະສືບຕໍ່ຈັດຕັ້ງປະຕິບັດ ຕື່ມອີກ ເພື່ອໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ທູນທອງໃຈ




