ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈໍາປາສັກ ເປີດໂຕໂຄງການ “ຈໍາປາເດີ”

Sep 12, 2025

ແຂວງຈໍາປາສັກ​ ນຳສະເໜີຊ່ອງທາງການຄ້າທຸ​ລະ​ກິດຂະໜາດນ້ອຍ-ຂະໜາດກາງ ກໍຄື ລໍ້ຍູ້ “ໂຄງການຈໍາປາເດີ” ພ້ອມທັງວາງສະແດງສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ໃນວັນທີ 11 ກັນຍາ 2025 ທີ່ໂຮງແຮມເອຣາວັນ ຣີເວີຊາຍ ໂດຍມີທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ໆຈໍາປາສັກ, ທ່ານ​ ສົມຈິດ​ ອິນທະມິດ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດ​ລາວ,​ ທ່ານ​ ບຸນຍະເດດ​ ທອງສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ແຂວງ ພ້ອມດ້ວຍກົງສຸນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ​ ປະຈໍາ​ພາກໃຕ້​ລາວ, ຕາງໜ້າກົງສຸນໃຫຍ່​ ແຫ່ງ​ ສສ​ ຫວຽດນາມ​ ປະຈຳ​ພາກໃຕ້​ລາວ​, ສະມາຄົມທຸລະກິດ, ຫົວໜ່ວຍທຸລະກິດ, ຜູ້ປະກອບກິດຈະການ, ຜູ້ຜະລິດ ແລະ ບັນດາຫ້າງຮ້ານຕ່າງໆ ເຂົ້າຮ່ວມ.​
May be an image of ‎1 person and ‎text that says '‎ننن 全妆入員 国地 1ター จำปาเถ้ จำปาเก็ 99จ จำปาเทิ จำปาเต้ง‎'‎‎ May be an image of 9 people, gelato and text
ທ່ານ ບຸນຍະເດດ ທອງສະຫວັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເປັນການຮ່ວມມື ລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ເພື່ອສ້າງແນວຄວາມຄິດທີ່ສອດຄ່ອງກັບ ການພັດທະນາເສດຖະກິດ ແລະ ສ້າງສີສັນ ໃນແຂວງຈໍາປາສັກ ໂດຍການເນັ້ນໃຊ້ຄຳຂວັນ “ຈໍາປາເດີ” ແລະ ຈຸດພິເສດ ທີ່ສະທ້ອນເຖິງເອກະລັກຂອງທ້ອງຖິ່ນ.​ ການວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຄັ້ງນີ້​ ລວມມີສິນຄ້າກະສິກໍາ, ສິນຄ້າຫັດຖະກຳ ຂອງນະຄອນປາກເຊ ແລະ 9 ເມືອງ ພາຍໃນແຂວງ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ ລວມມີ 43 ຮ້ານ​.
May be an image of 10 people, suit and text May be an image of 11 people and sushi
ໂຄງການສ້າງລໍ້ຍູ້ຂາຍເຄື່ອງ “ຈໍາປາເດີ​” ກໍເພື່ອສ້າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ,​ ສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງໃຫ້ມີການແລກປ່ຽນຊື້​-ຂາຍຜະລິດຕະພັນ ທີ່ມີຊື່ສຽງ,​ ມີເອກະລັກ ຊຶ່ງຊີ້ໃຫ້ເຫັນຄວາມເປັນມາຂອງແຂວງຈໍາປາສັກ ໂດຍສອດຄ່ອງກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ສ້າງສີສັນ, ສ້າງມູນຄ່າເພີ່ມ, ສ້າງຄວາມໜ້າສົນໃຈ ຂອງສິນຄ້າ ແລະ ການບໍລິການ ຂອງແຂວງຈໍາປາສັກໄປເທື່ອລະກ້າວ.
ອົບອຸ່ນນໍ້າໃຈ ສືບສານວັດທະນະທໍາ “ ຈໍາປາເດີ ” (Warm the theart of the Champa cultural Village).
ຂ່າວ​-ພາບ​: ທູນທອງໃຈ