(20.9.24) ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນ ແລະ ກະກຽມຮັບມືກັບໄພນໍ້າຖ້ວມ ຢູ່ 2 ບ້ານຂອງນະຄອນປາກເຊ ຄື: ບ້ານແກ ແລະ ບ້ານນາຈຽງ ໃນວັນທີ20 ກັນຍາ .
ເຈົ້າແຂວງຈໍາປາສັກ ໄດ້ຊີ້ນໍາໃຫ້ເຈົ້ານະຄອນ ພ້ອມຄະນະ ສືບຕໍ່ຕິດຕາມເຝົ້າລະ ວັງໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ ໂດຍປະສານກັບພະແນກໂຍທາທິການ ແລະ ຂົນ ສົ່ງແຂວງ, ພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ, ຖ້າມີສະພາບນໍ້າຂຶ້ນແຮງຮອດເຂດອັນຕະລາຍ ໃຫ້ກຽມຄັນຄູ ກະສອບຊາຍກັນນໍ້າ. ສ່ວນພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ໃຫ້ກະກຽມເຄື່ອງອຸປະໂພກ, ບໍລິໂພກ ປະເພດອາຫານແຫ້ງ, ໝີ່, ນໍ້າດື່ມ, ເຂົ້າໝົມ ແລະ ສິ່ງຈໍາເປັນອື່ນໆ ເພື່ອຊ່ວຍບັນເທົາທຸກປະຊາຊົນໃນໄລຍະສຸກເສີນ.




