ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈໍາປາສັກ ເອົາໃຈໃສ່ຕິດຕາມ-ເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດສັດ

Mar 15, 2024

ພາຍຫລັງທີ່ມີການລະບາດຂອງພະຍາດສັດ ຢູ່ 3 ບ້ານ ເມືອງຈໍາປາສັກ, ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງ ຮ່ວມກັບຄະນະພັກ-ອົງການປົກຄອງບ້ານ ເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດສັດ ບໍ່ໃຫ້ແຜ່ລາມໄປສູ່ເຂດອື່ອນ.
ທ່ານ ບຸນເກີດ ຄໍາພິທັກ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ສໍາພາດໃນວັນທີ 14 ມີນາ 2024 ນີ້ວ່າ: ພະຍາດສັດປະເພດ ງົວ-ຄວາຍ ມີການລະບາດ ຢູ່ 3 ບ້ານ ເມືອງຈໍາປາສັກ ຄື: ບ້ານໃໝ່ກາງ, ບ້ານຈິກທາງໂງ ແລະ ບ້ານໜອງຫີນ ເລີ່ມລະບາດແຕ່ວັນທີ 15 ກຸມ ພາ 2024, ໃນ 3 ບ້ານ ມີງົວ-ຄວາຍຕາຍ ທັງໝົດ 54 ໂຕ(ຄວາຍ 4 ໂຕ). ໃນນັ້ນ ຢູ່ບ້ານໃໝ່ກາງ 6 ໂຕ, ບ້ານນໜອງຫີນ 20 ໂຕ ແລະ ບ້ານຈິກທາງໂງ 28 ໂຕ.
ລັກສະນະອາການຂອງສັດທີ່ຕິດພະຍາດ, ອາການພາຍນອກ ມີລັກສະນະຢືນຊົງ, ຂາໃຄ່, ຄໍໃຄ່, ທ້ອງເບັງ, ຫາຍໃຈລໍາບາກ, ມີເລືອດອອກຕາມປາກ, ດັງ ແລະ ຮູທະວານ ສະແດງອາການເຈັບ ປວດແລ້ວຕາຍກະທັນຫັນ. ພາຍໃນຂອງສັດທີ່ຕາຍ ແມ່ນມີຈຸດເລືອດດໍາຢູ່ຕາມລໍາໃສ້, ໃນໂຄງ, ເລືອດບໍ່ກ້າມ ແລະ ມ້າມໃຄ່.
ສ່ວນລັກສະນະອາການຂອງຄົນທີ່ຕິດພະຍາດ ໂດຍສະເພາະຜູ້ທີ່ປາດຄົວ ແລະ ຜູ້ທີ່ບໍລິໂພກຊີ້ນສັດທີ່ຕາຍ ມີອາການໄຂ້ຂຶ້ນສູງ, ເປັນຕຸ່ມໃສ ຕາມຜິວໜັງ ຈາກນັ້ນປະມານ 5 ວັນ ຕຸ່ມກໍແຕກເປັນແຜໄໝ້.
ທ່ານ ບຸນເກີດ ຄໍາພິທັກ ໃຫ້ຮູ້ອີກວ່າ: ເມື່ອໄດ້ຮັບລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງຈຳປາສັກ, ຂະແໜງລ້ຽງສັດ ແລະ ການປະມົງ ໄດ້ປະສານສົມທົບກັບຫ້ອງການທີ່ກ່ຽວຂ້ອງໂດຍດ່ວນ ເພື່ອວາງແຜນປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ; ໄດ້ນໍາພາທີມງານວິຊາການລົງໄປຈຸດບ້ານທີ່ມີການລະບາດ ພ້ອມທັງນໍາເອົາຢາຂ້າເຊື້ອຈຳນວນໜຶ່ງ ໄປມອບໃຫ້ຄອບຄົວທີ່ຖືກຜົນກະທົບ. ພ້ອມນີ້,ໄດ້ປະສານສົມທົບກັບ ຄະນະພັກ-ອົງການປົກຄອງບ້ານ ເພື່ອເກັບຂໍ້ມູນການລະບາດຂອງພະຍາດສັດ ພ້ອມທັງໃຫ້ຄໍາແນະນໍາດ້ານວິຊາການ ເພື່ອໃຫ້ປະຊາຊົນຮັບຮູ້ຜົນຮ້າຍຂອງການລະບາດພະຍາດ ແລະ ປະກອບສ່ວນເຝົ້າລະວັງການລະບາດຂອງພະຍາດສັດຢ່າງໃກ້ຊິດ.
ຜ່ານຈາກການລົງເກັບກຳຂໍ້ມູນການລະບາດພະຍາດສັດຢູ່ບ້ານຈິກທາງໂງ ໄດ້ມີປະຊາຊົນພາຍໃນບ້ານດັ່ງ ກ່າວ 14 ຄົນ, ຍິງ 3 ຄົນ, ໄດ້ຄົວສັດທີ່ຕາຍ ແລະ ໄດ້ນໍາເອົາຊີ້ນສັດມາບໍລິໂພກ ແລະ ເກີດອາການເຈັບປ່ວຍ. ມາຮອດປັດຈຸບັນ, ຜູ້ທີ່ເຈັບປ່ວຍຍ້ອນບໍລິໂພກຊີ້ນງົວທີ່ຕາຍ ໃນຈຳນວນ 14 ຄົນນັ້ນ, 13 ຄົນ ແມ່ນອາການເບົາບາງແລ້ວ, ຍັງແຕ່ 1 ຄົນ ຍັງປິ່ນປົວ ຢູ່ໂຮງໝໍແຂວງຈຳປາສັກ.
ພ້ອມນີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍໄດ້ອອກແຈ້ງການ ເລກທີ 387/ກປຂ.ຈສ, ວັນທີ 7 ມີນາ 2024 ເພື່ອໃຫ້ການນໍາຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນປາກເຊ ແລະ 9 ຕົວເມືອງ ເອົາໃຈໃສ່ການເພີ່ມທະວີເຝົ້າລະວັງພະຍາດສັດ.
ຈາກນັ້ນ, ໄດ້ແນະນໍາວິທີການປ້ອງກັນ, ປິ່ນປົວ ແລະ ຄວບຄຸມການລະບາດຂອງພະຍາດສັດ ໃຫ້ແກ່ພໍ່ແມ່ປະຊາຊົນ, ຜູ້ປະ ກອບການລ້ຽງສັດ, ຜູ້ຊື້-ຂາຍສັດ, ໂຮງຂ້າສັດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງເມືອງ-ນະຄອນ ໃຫ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ປັດຈຸບັນ, ສະພາບການລະບາດຂອງພະຍາດສັດ ຢູ່ 3 ບ້ານຂອງເມືອງຈໍາປາສັກ ແມ່ນຜ່ອນຄາຍລົງແລ້ວ. ສ່ວນຢູ່ເຂດອື່ນໆ ຫລື ເມືອງອື່ນ ແມ່ນບໍ່ມີການລະບາດແຕ່ຢ່າງໃດ.
ຂ່າວ-ພາບ: ທູນທອງໃຈ