ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຊຽງຂວາງ ຍັງເຫລືອບ້ານທຸກຍາກຫລາຍກວ່າ 40%

Jul 28, 2024

ການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງແຂວງຊຽງຂວາງ ໃນໄລຍະ 6 ເດືອນຕົ້ນປີ 2024, ການປະຕິບັດລາຍຮັບພູດສູນ ກາງ ແລະ ທ້ອງຖິ່ນໄດ້ 219,66 ຕື້ກີບ ເທົ່າກັບ74,27%, ລາຍຈ່າຍ 260,29 ຕື້ກີບ ເທົ່າກັບ 40,86% ຂອງແຜນການປີ, ການລົງ ທຶນຂອງລັດທັງໝົດ 319 ໂຄງການ ມູນຄ່າ 166,78 ຕື້ກີບ, ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 319 ຫົວໜ່ວຍ ແລະ 3 ໂຄງການ ມູນຄ່າທັງໝົດ 711,52 ຕື້ກີບ, ວຽກງານທະນາຄານ 9 ສາຂາ ໄດ້ທັງໝົດ 167,89 ຕື້ກີບ ເທົ່າກັບ 18,86%, ເຊິ່ງຂໍ້ມູນດັ່ງກ່າວໄດ້ລາຍງານໃນກອງປະຊຸມເຊື່ອມຊຶມ, ຄົ້ນຄວ້າ, ຜັນຂະຫຍາຍບັນດານິຕິກຳຕ່າງໆຂອງຂັ້ນເທິງ ແລະ ວຽກງານອົງການປົກຄອງແຂວງ ໃນລະຫວ່າງວັນທີ 24-25 ກໍລະກົດ 2024.
ສຳລັບວຽກງານຄຸ້ມຄອງບັນດາລັດວິສາຫະກິດ 10 ຫົວ ໜ່ວຍໄດ້ 772,069.86 ລ້ານກີບ ເທົ່າກັບ 46,79% ຂອງແຜນການປີ, ສາມາດປັກດຳເຂົ້າໄດ້ 6,200 ເຮັກຕາ ເທົ່າກັບ 21,86%, ເກັບກູ້ເຂົ້ານາແຊງໄດ້ 1,743 ໂຕນ, ປູກສາລີຫວານ ແລະ ສາລີແຂງໄດ້ 12,882 ເຮັກຕາ ເທົ່າກັບ 55,20%, ເກັບກູ້ຜົນຜະລິດໄດ້ທັງໝົດ 65,068 ໂຕນ.
ສ່ວນວຽກງານລົງກໍ່ສ້າງຮາກຖານການເມືອງ ແຂວງຊຽງ ຂວາງ ໄດ້ສຸມໃສ່ແກ້ໄຂຄວາມທຸກຍາກ, ເຊິ່ງມີບ້ານທຸກຍາກຫລຸດລົງ 51 ບ້ານ ຍັງມີບ້ານທຸກຍາກ 208 ບ້ານ ກວມເອົາຫຼາຍກວ່າ 40% (ບ້ານທົ່ວແຂວງ 476 ບ້ານ), ຄາດໝາຍໝົດປີ 2024 ສູ້ຊົນໃຫ້ຈັງຫວະການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5,3% ລວມຍອດຜະລິດຕະພັນພາຍໃນໃຫ້ໄດ້ 6,496.81ຕື້ກີບ ໃນນີ້, ຂົງເຂດກະສິກຳ-ປ່າໄມ້ຂະຫຍາຍຕົວ 4%, ຂົງເຂດອຸດສາຫະ ກຳ-ກໍ່ສ້າງ 5,78%, ການບໍລິການ 6,24%, ສູ້ຊົນໃຫ້ໄດ້ລາຍຮັບ 1,109 ໂດລາສະຫະລັດຕໍ່ຄົນຕໍ່ປີ.
ຂໍ້ມູນທັງຫມົດນີ້ ໄດ້ມາຈາກກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຊຽງ ຂວາງ ໃນໄລຍະ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ 6 ເດືອນທ້າຍປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ.
#ຂໍ້ມູນຈາກ: ບຸນມີ ແສງທຸມມີ