ວັນທີ 27 ກໍລະກົດນີ້ ການນຳແຂວງຊຽງຂວາງ ນຳໂດຍ ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮ່ວມກັບສະມາຄົມຊາວຫວຽດນາມ ແຂວງຊຽງຂວາງ, ນັກທຸລະກິດ ແລະ ນັກສຶກສາ ພ້ອມເຂົ້າວາງພວງ ມາລາ, ຈູດທູບທຽນຕໍ່ໜ້າອານຸສາວະລີ ຮ່ວມສຳພັນສູ້ຮົມລາວ -ຫວຽດນາມ, ກອງຂຸດຄົ້ນຮ່າງອັດຖິນັກຮົບຫວຽດນາມ ປະຈຳແຂວງຊຽງຂວາງ, ຫໍບູຊາວິລະຊົນນັກຮົບປະຕິວັດຫວຽດນາມ ຢູ່ແຂວງຊຽງຂວາງ ເນື່ອງໃນວັນເສຍອົງຄະເສຍສະຫຼະຊີວິດຂອງນັກຮົບປະຕິວັດຫວຽດນາມ ຄົບຮອບ 77 ປີ (27 ກໍລະກົດ 1947-27 ກໍລະກົດ 2024)
ຈຸດປະສົງເພື່ອລະນຶກເຖິງບຸນຄຸນຂອງບັນດານັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽນຊານຫວຽດ ນາມ ທີ່ໄດ້ຮ່ວມຂຸມຄອງ ຄຽງບ່າຄຽງໄຫຼ່ ຮ່ວມສຸກ ຮ່ວມທຸກກັບນັກຮົບ ວິລະຊົນລາວ ທີ່ໄດ້ເສຍສະຫຼະຊີວິດ ເພື່ອພາລະກິດອັນສູງສົ່ງ ໄດ້ຮັບໄຊຊະນະທຸກບັ້ນຮົບ ຈົນປະເທດຊາດໄດ້ຮັບກນປົດປ່ອຍ ແລະ ພັດທະນາມາເຖິງທຸກວັນນີ້ ການນຳແຂວງ ກໍຄືປະຊາຊົນຊາວຊຽງຂວາງ ຈົດຈຳບຸນຄຸນອັນຍິ່ງໃຫຍ່ໄວ້ໃນດວງໃຈຊົ່ວກາ ລະນານ ຈະສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຕີພິເສດ ການຮ່ວມມືຮອບດ້ານສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ຂ່າວ: ບຸນມີ ແສງທຸມມີ






