ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງບໍລິຄຳໄຊ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ຢ່າງສົມກຽດ

Mar 23, 2025

ແຂວງບໍລິຄຳໄຊ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ຢ່າງສົມກຽດ
ວັນທີ 22 ມີນາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກແຂວງບໍລິຄຳໄຊ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ໃຫ້ກຽດປະດັບຫຼຽນໃນຄັ້ງນີ້ໂດຍ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ແລະ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາ ຊົນແຂວງບໍລິຄຳໄຊ.
ການປະດັບຫລຽນຄັ້ງນີ້ມີສະມາຊິກພັກແຂວງບໍລິຄຳໄຊ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີທັງໝົດ 729 ສະຫາຍ, ໃນນີ້ ສະມາຊິກພັກບໍານານ 299 ສະຫາຍ, ຍິງ 39 ສະຫາຍ ແລະ ສະມາຊິກພັກປະຈໍາການ 430 ສະຫາຍ, ຍິງ 39 ສະຫາຍ.
ພາບ-ຂ່າວ: ຄຳຟອງ