ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງບໍ່ແກ້ວ ຈັດງານບຸນນະມັດສະການທາດສຸວັນນະຜ້າຄຳ.

Nov 15, 2024

ອຳນາດການປົກຄອງເມືອງຫ້ວຍຊາຍ ໄດ້ສົມທົບກັບອຳນາດການປົກຄອງບ້ານໃນເທດສະບານແຂວງ ໄດ້ຈັດງານບຸນນະມັດສະການທາດສຸວັນນະຜ້າຄຳ 1002 ປີ ເຈດີທາດສຸວັນນະຜ້າຄຳ ມໍລະດົກແຫ່ງຊາດທ້ອງຖິ່ນແຂວງບໍ່ແກ້ວ ໃນວັນທີ 14 ພະຈິກ 2024 ກົງກັບ ມື້້ຂຶ້ນ 14 ຄໍ່າເດືອນ 12 ລາວ, ພິທີກຳແມ່ນໄດ້ແຫ່ຕົ້ນກາລະພຶກ, ຈຳລອງທາດສຸວັນນະຜ້າຄຳ, ຜ້າຫົ່ມອົງພຣະທາດ ແລະ ເຄື່ອງທານປັດໃຈ ອ້ອມພຣະທາດ 3 ຮອບ, ນະມັດສະການພຣະທາດສຸວັນນະຜ້າຄຳ, ທ່ານ ສຸວັດ ເພັງພະຈັນ ກຳມະການພັກເມືອງ ຮອງເຈົ້າເມືອງຫ້ວຍຊາຍ ໄດ້ຈູດທຽນໄຊບູຊາພຣະຣັດຕະນະໄຕຣ ໄຫວ້ພຣະຮັບສິນຮັບພອນ, ສູດປະລິດຕະມຸງຄຸນກອງບຸນເຄື່ອງທານ ຖວາຍເຄື່ອງໄຊຍະທານແດ່ພຣະພິກຂຸສົງຕາມຮີດຄອງ ໂດຍມີພຣະສົງ, ການນຳ, ເຖົ້າແກ່ ແລະ ມວນຊົນເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 15 ພະຈິກ 2024 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ເປັນມື້ໃສ່ບາດ 80 ອົງ 80 ພັນສາ ເສີມຊາຕາອາຍຸຕາມຕຳນານທາດສຸວັນນະຜ້າຄຳ ທີ່ບັນຈຸພຣະບໍລົມມະຫາສາລິກະທາດ 80 ອົງ ເທົ່າປີທີພຣະພຸດທະເຈົ້າປຣະນິພານ 80 ພັນສາ. ຈາກນັ້ນໄດ້ຖວາຍເຄື່ອງກອງມະຫາທານ, ຝ່າຍສົງມີພຣະອາຈານໃຫຍ່ ຄຳຄູນ ດວງອະໄພວົງ ທີ່ປຶກສາ ອພສ ແຂວງ, ຝ່າຍຄະລືຫັດມີທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ – ເມືອງ ແລະ ມວນຊົນຢ່າງຫຼວງຫຼາຍ.
ນີ້ກໍ່ເພື່ອເປັນການສືບສານຮັກສາວັດທະນະທຳ ຮີດຄອງປະເພນີອັນດີງານຂອງລາວເຮົາໄວ້ໃຫ້ໝັ້ນຄົງ ທັງເປັນການຕັ້ງກອງບຸນ ເພື່ອລະດົມທຶນເຂົ້າໃນການສ້າງກຸດຕິພັກຂອງພຣະສົງ.
ທີ່ມາ: ໜັງສືພິມບໍ່ແກ້ວ
May be an image of 6 people, temple and text
May be an image of 5 people, temple and text
May be an image of 2 people, temple and text